ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

 

 vietnamvisitlao19-2 vietnamvisitlao19-3 vietnamvisitlao19-4 vietnamvisitlao19-5

vietnamvisitlao19-7 vietnamvisitlao19-8

vietnamvisitlao19-9 vietnamvisitlao19-10

 

 

ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ ສະຫາຍ ບຸ​ນ​ຍັງ ວໍ​ລະ​ຈິດ, ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ, ສະຫາຍ ​ຫງວຽນ​ຟູຈ້ອງ, ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງພັກ-ລັດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ​ໄ​ດ້ເດີນ​ທາງ​​ມາຢ້ຽມຢາມ ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 24-25 ກຸມ​ພາ 2019.

 

ອອກ​ຮັບ​ຕ້ອນ ສະຫາຍ ຫງວຽນ​ຟູຈ້ອງ, ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ​ ຫວຽດ​ນາມ, ປະທານປະເທດແຫ່ງ ສາທາລະນະລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍ​ຄະນະ ທີ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ ມີ ສະ​ຫາຍ ພັນ​ຄຳ ວິ​ພາ​ວັນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ, ​ສະ​ຫາຍ ສິນ​​ລະ​ວົງ ຄຸດ​ໄພ​ທູນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ, ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູນ​ກາງ ແລະ ນະ​ຄອນຫຼວງວຽງ​ຈັນ, ພະ​ນັກ​ງານ​ສະ​ຖານ​ທູດ, ຊາວ​ໜຸ່ມ, ນັກ​ສຶກ​ສາ, ຊາວ​ຫວຽດ​ນາມ ແລະ ມວນ​ຊົນ​ຊາວ​ນະ​ຄອນຫຼວງວຽງ​ຈັນ​ເປັນຈຳ​ນວນຫຼວງຫຼາຍ ທີ່ ສະ​ໜາມ​ບິນ​ວັດ​ໄຕ ແລະ ​​ຕາມ​ເສັ້ນ​ທາງ​ທີ່​ຄະ​ນະ​ຜູ້​ແທນ​ຜ່ານ​ໄດ້ມີ​ມວນ​ຊົນ ໂບກ​ທຸງ​ຊາດ​ສອງ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບ ​ການ​ເດີນ​ທາງ​ມາຢ້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ ສະ​ຫາຍ ຫງວຽນ​​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ແລະ ຄະ​ນະ​ຢ່າງມ່ວນ​ຊື່ນ​ຟົດ​ຟື້ນ.

ພິທີຕ້ອນຮັບ ສະຫາຍ ຫງວຽນ​ຟູຈ້ອງ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ ໂດຍ​ມີ ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ນຳ ສະ​ຫາຍ ຫງວຽນ​​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ໄປ​ຍັງ​ແທ່ນ​ກຽດ​ຕິ​ຍົດ ເພື່ອ​ເຄົາ​ລົບ​ທຸງ​ຊາດ ຫວຽດ​ນາມ-ລາວ ຕາມ​ລຳ​ດັບ, ຫຼັງ​ຈາກນັ້ນ ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ນ​ຳ​ພາ​ ສະ​ຫາຍ ຫງວຽນ​​ຟູ​ຈ້ອງ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ​ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ແນະ​ນຳ​ຄະ​ນະ​ຕ້ອນ​ຮັບ​ທາງ​ການ​ຝ່າຍ​ລາວ ແລະ ຄະ​ນະ​ຜູ້​ແທນ​ຝ່າຍຫວຽດ​ນາມ.

ພາຍຫຼັງ​ສຳ​ເລັດ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ທີ່​ທຳ​ນຽບ​ປະ​ທານ​ປະ​ເທດແລ້ວ, ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູງພັກ-ລັດ ສ​ປ​ປ ລາວ ໄດ້ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ ສະ​ຫາຍ ຫງວຽນ​​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ-ລັດ ສ​ສ ຫວຽດ​ນາມ, ເຊິ່ງຄະ​ນະຝ່​າຍ​ຫວຽດ​ນາມ ມີ​ບັນ​ດາ​ສະຫາຍ: ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ນາງ ຕ່ອງທິຟ້ອງ, ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ; ສະຫາຍ ນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ; ສະຫາຍ ຟາມບິ່ງມິງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ຫງວຽນວັນເນນ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກພ້ອມ​ດ້ວຍ​ບັນ​ດາ​ສະ​ຫາຍ​ການ​ນຳ​ຂອງ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນຫ​ວຽດ​ນາມ. ຄະ​ນະຝ່າຍ​ລາວ ມີ​ບັນ​ດາ​ສະ​ຫາຍ: ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປ​ປ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປປ ລາວສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ພົທ ແສງນວນ ໄຊຍະລາດ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ສະຫາຍ ສົມດີ ດວງດີ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນພ້ອມດ້ວຍບັນດາສະຫາຍການນຳຂອງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ​ຂອງ​ລາວ.

ໃນການພົບປະເຈລະຈາສະຫາຍ ບຸນຍັງ ວໍລະຈິດ ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີ​ລາ​ຄາ​ສູງ​ທີ່ ສະຫາຍ ຫງວຽນຟູຈ້ອງ ໄດ້ເລືອກເອົາ ປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດພາຍຫຼັງຖືກເລືອກຕັ້ງເປັນເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ​ ມາຢ້ຽມຢາມສັນຖະວະໄມຕີ ປ ລາວ ຢ່າງເປັນທາງການເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບ ແລະ ຄວາມຮັກແພງທີ່ເຕັມໄປດ້ວຍມິດຈິດມິດໃຈອັນດູດດື່ມ, ​ສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ວາມສາມັກຄີພິເສດຈາກພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງມາສູ່ພັກ-ລັດ ແລະ ປະຊາຊົນລາວ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ປ ລາວ ໄດ້ຕີລາຄາສູງການມາຢ້ຽມຢາມຂອງ ສະຫາຍ ຫງວຽນ​ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ສ ຫວຽດນາມ ແລະ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ​ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານໄກສອນພົມວິຫານ ແລະ ປະທານສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ສ້າງ, ຖະນຸຖະໜອມ ແລະ ໄດ້ຮັບການເສີມຂະຫຍາຍໂດຍບັນດາການນຳຮຸ່ນຕ່າງໆ, ບັນດານັກຮົບປະຕິວັດ ແລະ ປະຊາຊົນສອງປະເທດ​ ຈົນໄດ້ກາຍເປັນມໍລະດົກລວມອັນລ້ຳຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໃຈຕັດສິນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ.

ສະຫາຍ ຫງວຽນ​​ຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ-ລັດ ສ ຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ປ ລາວ ຢ່າງເປັນທາງການເປັນຄັ້ງທຳອິດພາຍຫຼັງທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສ ຫວຽດນາມ ໃນກອງປະຊຸມສະພາແຫ່ງຊາດເທື່ອທີ 6 (ສະ​​ໄໝທີ່ XIV) ໃນປີ 2018 ຜ່ານມາເຊິ່ງເປັນການສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ​ ລະຫວ່າງ ຫວຽດນາມ-ລາວ, ​ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງ​​ອົບອຸ່ນ, ສົມກຽດບົນນ້ຳໃຈ​​ໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດຖານສະຫາຍອ້າຍນ້ອງອັນສະໜິດສະໜົມຂອງບັນດາສະຫາຍການນຳຂັ້ນສູງພັກ-ລັດແລະປະຊາຊົນລາວທີ່ມີຕໍ່ຄະນະ.

ການນຳຂັ້ນສູງຂອງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດນັບແຕ່ຕົ້ນສະໄໝຂອງກອງປະຊຸມໃຫຍ່ຂອງແຕ່ລະພັກເປັນຕົ້ນມາ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາແລະປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າເພື່ອນຳເອົາການພົວພັນຮ່ວມມືແບບພິເສດລະຫວ່າງສອງພັ, ສອງລັດ ແລະປະຊາຊົນສອງປະເທດກ້າວໄປສູ່ຈຸດສູງອັນໃໝ່, ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສຳເລັດຮອບດ້ານ, ສຳຄັນຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຫຼ້າສຸດຂອງພັກຕົນແລະສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງພັກທັງສອງ, ພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດຈະສືບຕໍ່ມີຜົນສຳເລັດໃໝ່, ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນໂດຍສະເພາະແມ່ນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ລາວ ແລະ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມເພື່ອກ້າວໄປສູ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປຂອງພັກຕົນໃຫ້ປະສົບຜົນສຳເລັດຕົວຈິງ. ການນຳຂັ້ນສູງຂອງລາວ-ຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸຄຸນເຊິ່ງກັນ ແລະ ກັນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນມາໂດຍຕະຫຼອດທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນຢູ່ແຕ່ລະປະເທດ.

ພາຍຫຼັງການພົບປະສອງຝ່າຍ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ປປ ລາວ ແລະ ສະຫາຍ ຫງວຽນ​​ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ຫວຽດນາມ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ ຈຳນວນ 09 ສະບັບ, ໃນນັ້ນມີ ສັນຍາວ່າດ້ວຍການຮ່ວມມືດ້ານການເງິນ; ບົດບັນທຶກສັນຍາວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ ເສັ້ນທາງລົດໄຟຫວຸ້ງອ້າງ-ວຽງຈັນ; ສັນຍາວ່າດ້ວຍການຮ່ວມມືດ້ານການພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ແລະ ບົດບັນທຶກ, ຂໍ້ຕົກລົງຈຳນວນໜຶ່ງກ່ຽວກັບການຮ່ວມມືລະຫວ່າງ​​ສອງປະເທດ.

 

ພາຍຫຼັງສຳເລັດການພົບປະສອງຝ່າຍ, ສະຫາຍ ຫງວຽນ​​ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສ ຫວຽດນາມ ແລະ ຄະນະຜູ້ແທນ​ ໄດ້ພົບປະ​​​ຢ້ຽມຢາມ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ; ພົບປະ​​ຢ້ຽມຢາມ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ທີ່ສຳນັກງານສະພາແຫ່ງຊາດ. ໃນການພົບປະ, ການນຳຂັ້ນສູງຂອງສອງປະເທດ ໄດ້ຕີລາຄາສູງຕໍ່ໝາກົນການພົບປະເຈລະຈາ ລະຫວ່າງ ສອງເລຂາທິການໃຫຍ່, ປະທານປະເທດລາວ ແລະ ຫວຽດນາມ ໃນການຢ້ຽມຢາມ ສປ ລາວ ຂອງສະຫາຍ ຫງວຽນຟູຈ້ອງ ແລະ ຄະນະຄັ້ງນີ້, ຕີລາຄາການພົວພັນຮ່ວມມື ​​ລະຫວ່າງ ສອງລັດຖະບານ ແລະ ສະພາແຫ່ງຊາດທັງສອງ. ສະຫາຍນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ຕ່າງກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງ ມີປະສິດທິຜົນ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວຕະຫຼອດໄລຍະຜ່ານມາສະຫາຍ ຫງວຽນຟູຈ້ອງ ພ້ອມ​​ຄະນະ ຍັງໄດ້ໄປຢ້ຽມຢາມ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ເຊິ່ງເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ. ພ້ອມດຽວກັນີ້, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານເທດແຫ່ງ ສສ ຫວຽດນາມ ຍັງໄດ້ຢ້ຽມຢາມ ສະຫາຍ ຈູມມາລີ ຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ​ ແຫ່ງ ສປ ລາວ.

ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ລາວໄດ້ເປັນເຈົ້າພາບຈັດງານລ້ຽງເພື່ອເປັນກຽດແກ່ ສະຫາຍ ຫງວຽນຟູຈ້ອງ, ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ທີ່ທຳນຽບປະທານປະເທດ. ໃນບົດປາໄສກ່າວໃນງານລ້ຽງ, ສະຫາຍ ບຸນຍັງວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ລາວ ໄດ້ສະແດງຄວາມຂ່ຳນັບຮັບຕ້ອນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ​​ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ຫວຽດນາມ ແລະ ຄະນະພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະເຈລະຈາສອງຝ່າຍ, ເຊິ່ງຈະເປັນການປະກອບສ່ວນນຳເອົາການພົວພັນພິເສດກ້າວສູ່ຈຸດສູງອັນໃໝ່; ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ສຳຄັນໃຫຍ່ຫຼວງຮອບດ້ານທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽນາມ ທີ່ມີ ສະຫາຍ ຫງວຽນ​​ຟູຈ້ອງ ເປັນຜູ້ນຳໜ້າເຊິ່ງໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວເກີນຄາດໝາຍ, ຖານະບົດບາດຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດໃນເວທີພາກພື້ນ ແລະ ສາກົນ; ​ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ກູ້ຊາດລາວໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວໃນປັດຈຸບັນ ພ້ອມທັງຢືນຢັນວ່າຈະພ້ອມກັນກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວທີ່ໄດ້ຜ່ານການທົດສອບດ້ວຍເລືອດເນື້ອ ແລະ ການເວລາເປັນເວລາຫຼາຍທົດສະວັດນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ອວພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາພັດທະນາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.

ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ຫວຽດນາມ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ລາວ ເປັນປະເທດທຳອິດພາຍຫຼັງທີ່ຖືກເລືອກຕັ້ງເປັນປະທານປະເທດ ແຫ່ງ ຫວຽດນາມ ໃນກອງປະຊຸມສະພາແຫ່ງຊາດເທື່ອທີ 6 (ສະ​​ໄໝທີ XIV) ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເຊິ່ງໄດ້ກາຍເປັນມູນເຊື້ອ​​ອັນດີງາມມາແຕ່ດົນນານ; ​ໄດ້ຕີລາຄາການພົວພັນຮ່ວມມືສອງຝ່າຍທີ່ຍາດໄດ້ຜົນສຳເລັດໃນຫຼາຍດ້ານ ແລະ ຈະພ້ອມກັບສະຫາຍລາວສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ສືບຕໍ່ນັບມື້ແໜ້ນແຟ້ນແລະເກີດດອກອອກຜົນຍິ່ງໆຂຶ້ນ. ສະຫາຍຫງວຽນ​​ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ຫວຽດນາມ ໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສຳເລັດທີ່ສຳຄັນຫຼາຍດ້ານທີ່ປະຊາຊົນລາວອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ແລະ ອວຍພອນໃຫ້ພັກ, ລັດ ແລະປະຊາຊົນລາວ ຈົ່ງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊບັນລຸເປົ້າໝາຍສ້າງປະເທດລາວຕາມທິດປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມປອງດອງ, ຍຸຕິທຳ ແລະ ສີວິໄລ.

 

ໃນວັນທີ 25 ກຸມພາ 2019, ສະຫາຍ ຫງວຽນຟູຈ້ອງພ້ອມດ້ວຍຄະນະ ເດີນທາງໄປວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ; ຢ້ຽມຢາມສະຖານທູດຫວຽດນາມ ແລະ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກຳການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ.

 

ການຢ້ຽມຢາມສັນຖະວະໄມຕີ ສປ ລາວ ຢ່າງເປັນທາງ​​ການຂອງ ສະຫາຍ ຫງວຽນຟູຈ້ອງ ໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ນຳເອົາການພົວພັນພິເສດ ລາວ-ຫວຽດນາມ ກ້າວສູ່ຈຸດສູງອັນໃໝ່.

 

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485521
ມື້ນີ້26
ມື້ວານ196
ອາທິດນີ້557
ເດືອນນີ້4826