ໃນວັນທີ 28 ກຸມພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນໍເບີດ ບາດໂທ (Norbert Barthle), ຮອງລັດຖະມົນຕີກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສສ. ເຢຍລະມັນ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ມີການປຶກສາຫາລືກັນຢ່າງເປັນປະຈຳ ໂດຍຕ່າງຝ່າຍຕ່າງເຂົ້າໃຈເຊິ່ງກັນ ແລະ ກັນ ໃນຖານະຄູ່ຮ່ວມພັດທະນາ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງເຢຍລະມັນ ແກ່ ສປປ ລາວ, ເຊິ່ງເຢຍລະມັນ ເປັນປະເທດລະດັບຕົ້ນໆທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ແລະ ໃນຂົງເຂດທົ່ວປະເທດ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນໃນຊຸມປີຕໍ່ໜ້າເຊັ່ນ: ວຽກງານອາຊີວະສຶກສາ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ສະເໜີໃຫ້ສອງຝ່າຍຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນທັງສອງປະເທດໃຫ້ຫຼາຍຂື້ນ ແລະ ຊ່ວຍຊຸກຍູ້ນັກທຸລະກິດ, ນັກລົງທຶນ ແລະ ເຊີນຊວນປະຊາຊົນ, ນັກທ່ອງທ່ຽວເຢຍລະມັນ ມາທ່ອງທ່ຽວ ແລະ ລົງທຶນຢູ່ລາວ ໃຫ້ຫຼາຍຂຶ້ນໃນຊຸມປີຕໍ່ໜ້າ. ທັງສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍໃນປີ 2018 ທີ່ຜ່ານມາ, ຊຶ່ງເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 60 ປີ ແລະ ການຮ່ວມມື ລາວ-ເຢຍລະມັນ ຄົບຮອບ 55 ປີ ທີ່ໄດ້ຮ່ວມກັນຈັດກິດຈຳກຳສະເຫລີມສະຫລອງວັນສຳຄັນດັ່ງກ່າວ ອັນເປັນມິດໝາຍໃໝ່ໃຫ້ແກ່ການຮັດແໜ້ນສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບດີຂຶ້ນ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດການຢ້ຽມຢາມ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບປະເທດໂດຍສະຫວັດດີພາບ.
ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ນໍເບີດ ບາດໂທ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມມີມູນເຊື້ອມາແຕ່ຍາວນານ ລະຫວ່າງສອງປະເທດ ໃນໄລຍະຜ່ານມາເຖິງປັດຈຸບັນ ແລະ ຈະສືບຕໍ່ຮັກສາມູນເຊຶ້ອ ພ້ອມທັງເສີມຂະຫຍາຍໃຫ້ນັບມື້ນັບດີຂຶ້ນ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ໃຫ້ໄດ້ຮັບການພັດທະນາ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958. ເຢຍລະມັນ ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຢູ່ໃນສອງຂະແໜງການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກ ແລະການຮ່ວມມືທາງດ້ານການເງິນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວ ເປັນຕົ້ນແມ່ນ ເນັ້ນໜັກໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ. ມາເຖິງປັດຈຸບັນ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມີມູນຄ່າປະມານ 427,1 ລ້ານເອີໂຣ.