ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ປອກຕຸຍການ ປະຈຳ ສປປ ລາວ

2019318-slx-hup-Potugat

ໃນວັນທີ 18 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານFrancisco de Assis Morais e Cunha Vaz Patto, ເອກອັກຄະລັດຖະທູດແຫ່ງສາທາລະນະລັດປອກຕຸຍການປະຈຳລາວ, ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ.

          ໃນ​ໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານທູດພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ, ນັບແຕ່ ລາວແລະປອກຕຸຍການໄດ້ຕັ້ງສາຍພົວພັນການທູດນຳກັນໃນວັນທີ 31 ພຶດສະພາ 1995 ເປັນຕົ້ນ, ພ້ອມກັນນັ້ນ ກໍ່ສະແດງຄວາມຍິນດີທີ່ທ່ານທູດໄດ້ກັບມາເຮັດວຽກຢູ່ ສປປ ລາວ ແລະ ເປີດຫ້ອງການກົງສຸນກິດຕິມະສັກຂອງປອກຕຸຍການ ປະຈຳ ສປປ ລາວ, ຊຶ່ງຈະເຮັດໃຫ້ການພົວພັນລະຫວ່າງ 2 ປະເທດ ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ. ໃນປັດຈຸບັນ ສປປລາວແລະສາທາລະນະລັດປອກຕຸຍການໄດ້ມີການພົວພັນຮ່ວມມືໃນຂອບສອງຝ່າຍແລະຫຼາຍຝ່າຍຢ່າງເປັນປົກກະຕິເປັນຕົ້ນແມ່ນໃນຂອບEU ແລະASEAN – EU, ກໍຄືສປຊແລະ ທັງສອງປະເທດໄດ້ມີການແລກປ່ຽນຄະນະຜູ້ແທນລະດັບສູງນຳກັນ ແລະ ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນເວທີດັ່ງກ່າວ ຕະຫຼອດມາ. ນອກຈາກນີ້,ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈແລະຕີລາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານປອກຕຸຍການໃຫ້ແກ່ລາວໃນໄລຍະຜ່ານມາໂດຍສະເພາະການຊ່ວຍເຫຼືອປຸກສ້າງໂຮງຮຽນໃຫ້ແກ່ລາວ ຈຳນວນ 03ແຫ່ງ ທີ່ ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງອັດຕະປື ຊຶ່ງ​​ເປັນ​ການປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະເໜີໃຫ້ປອກຕຸຍການ ພິຈາລະນາເພີ່ມທະວີການຊ່ວຍເຫຼືອ ໃຫ້ແກ່ສປປລາວໃນຂະແໜງການທີ່ ປະເທດປອກຕຸຍການມີທ່າແຮງແລະສະເໜີໃຫ້ທ່ານທູດຊ່ວຍໂຄສະນາແລະຊຸກຍູ້ຂົນຂວາຍນັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວ ຂອງ ປອກຕຸຍການເຂົ້າມາຊອກໂອກາດລົງທຶນແລະທ່ອງທ່ຽວຢູ່ລາວໃຫ້ນັບມື້ຫຼາຍຂື້ນ. ໃນຕອນທ້າຍ, ທ່ານລັດຖະມົນຕີສະເຫຼີມໄຊ ກົມມະສິດ ຍັງໄດ້ອວຍພອນໄຊໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ. 

          ໃນໂອກາດດຽວກັນ, ທ່ານFrancisco de Assis Morais e Cunha Vaz Pattoກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຢືນຢັນທີ່ຈະປະຕິບັດໜ້າທີ່ຂອງຕົນສຸດຄວາມສາມາດ ເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.

***************

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633