ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ອຳນວຍການໃຫຍ່ອົງການ FAO, ເລຂາບໍລິຫານງານອົງການ WFP ແລະ ຫົວໜ້າອົງການ IFAD ປະຈໍາ ສສ ຫວຽດນາມ ທັງເປັນຜູ້ຮັບຜິດຊອບ ປະຈໍາ ສປປ ລາວ ເດີນທາງຢ້ຽມຢາມ ສປປ ລາວ

2019516-slx-fao

ໃນລະ​ຫວ່າ​ງວັນ​ທີ 15-16 ພຶດສະພາ 2019, ທ່ານ ​ໂຮເຊ ກຣາ​ເຊຍ​ໂນ ດາ​ ຊິວ​ວາ, ຜູ້ອຳນວຍການ​ໃຫ່ຍອົງການອາຫານ ແລະ ການກະເສດ (FAO) ແລະ ທ່າ​ນ ​ເດ​ວິດ ​ບີສລີ, ​ເລຂາ​ບໍລິຫານ​ງານ ອົງການ​ອາຫານໂລກ (WFP) ຈາກຫ້ອງການສຳນັກງານໃຫຍ່ ທີ່ ປະເທດ ອິຕາລີ; ແລະ ທ່ານ ໂທມັດ ຣັດ, ຫົວໜ້າ​ອົງການ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ປະຈຳ ສສ ຫວຽດນາມ, ທັງເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນ​ທາງ​ມາຢ້ຽມຢາມ ສ​ປ​ປ ລາວ ຢ່າງເປັນທາງການ ຊຶ່ງເປັນຄັ້ງທຳອິດສຳລັບເຈົ້າໜ້າທີ່ຂັ້ນສູງ ຂອງ ອົງການເຄືອຂ່າຍ ສປຊ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ ນະຄອນຫຼວງໂຣມ ປະເທດ ອິຕາລີ ແລະ ຫົວໜ້າອົງການ IFAD ປະຈຳ ສສ ຫວຽດນາມ.

ໃນໂອກາດດັ່ງກ່າວຄະນະຜູ້ແທນ​ຈາກ ອົງການ FAO, WFP ແລະ IFADໄດ້ເຂົ້າ​ຢ້ຽ​ມ​ຂໍ່າ​ນັບການ​ນຳ​ຂັ້ນ​ສູງ​ຂອງ ​ປ​ປ ລາວ​ ໂດຍໄດ້ເຂົ້າພົບ ພະນະທ່ານ ທອງລຸນ ສີສຸລິດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ; ທ່ານ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະຊວງ​ການ​ຕ່າງ​ປະ​ເທດ; ແລະ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ເພື່ອເປັນການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ 03 ອົງການດັ່ງກ່າວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວໄດ້ເດີນທາງໄປຢ້ຽມຢາມ ແຂວງ ອຸດົມໄຊ ໂດຍໄດ້ມີການເຂົ້າພົບປະກັບການນຳຂອງແຂວງ ແລະ ໄດ້ມີພິທີມອບ-ຮັບ ໂຄງການອາຫານທ່ຽງສຳລັບເດັກນ້ອຍ ທີ່ຈັດຕັ້ງປະຕິບັດຢູ່ ເມືອງ ໄຊ, ແຂວງ ອຸດົມໄຊ ໂດຍມີຕາງໜ້າຈາກພາກສ່ວນຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກ 03 ອົງການດັ່ງກ່າວ ໄດ້ແກ່ ອົງການFAO ໂດຍມີມູນຄ່າຫຼາຍກວ່າ 52 ລ້ານໂດລາສະຫະລັດ; ອົງການ IFAD ມູນຄ່າ 47.6 ລ້ານໂດລາສະຫະລັດ ແລະ ອົງການ WFP ສຳລັບ ແຜນງານຍຸດທະສາດ ພາຍໃຕ້ປີ 2017 - 2021 ແມ່ນມີມູນຄ່າທັງໝົດ 78 ລ້ານໂດລາສະຫະລັດ, ຊຶ່ງບັນດາໂຄງການຊ່ວຍເຫຼືອສ່ວນໃຫຍ່ ແມ່ນສຸມໃສວຽກງານຄ້ຳປະກັນສະບຽງອາຫານ, ໂພຊະນາການ ແລະ ສົ່ງເສີມການກະສິກຳແບບຍືນຍົງ.

ປັດຈຸບັນ, ລັດຖະບານ ພວມສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 8 ​(2016-2020) ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຊຶ່ງໜຶ່ງໃນເປົ້າໝາຍທີ່ສຳຄັນແມ່ນ ເພື່ອປັບປຸງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ ແລະ ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ. ສະນັ້ນ, ການ​ເດີນ​ທາງ​ມາຢ້ຽມ​ຢາມໃນ​ຄັ້ງ​ນີ້ ຈຶ່ງຖື​ເປັນນິມິດໝາຍອັນໃໝ່ ແລະ ບາດກ້າວທີ່ສຳຄັນ ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືທີ່ດີຂອງ ສປປ ລາວ ແລະ ອົງການກ່ຽວຂ້ອງໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືໃນຂົງເຂດວຽກງານຄ້ຳປະກັນສະບຽງອາຫານ ແລະໂພຊະນາການ, ຊຶ່ງທັງສອງຝ່າຍເຫັນເອກະພາບຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ກໍ່ຄື ການຈັດຕັ້ງປະຕິບັດ ປພຍ ທີ 2 ການລົບລ້າງໄພອຶດຫິວ” ຊຶ່ງເປັນວຽກທີ່ຕິດພັນໂດຍກົງກັບບູລິມະສິິດ ແລະ ເປົ້າໝາຍຂອງທັງ 03 ອົງການ ໃຫ້ບັນລຸຕາມຄາດໝາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838