ໃນວັນທີ 04 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ເຊນູກາ ເຊເນວິຣັດນາ (Kshenuka Dhireni Senewwira), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດທີ່ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນເວລາອັນໃກ້ໆນີ້.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ສປປ ລາວ ແລະ ສີລັງກາ ມີສາຍພົວພັນມິດຕະພາບອັນຍາວນານ ແລະ ມີຮີດຄອງປະເພນີທີ່ຄ້າຍຄືກັນທາງດ້ານສາສະໜາ ແລະ ວັດທະນະທໍາ. ນັບແຕ່ສປປລາວແລະສີລັງກາໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 20 ກໍລະກົດ 1965 ເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ການພົບປະກັນລະຫວ່າງການນໍາຂັ້ນສູງຂອງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ. ສອງປະເທດໄດ້ມີການພົວພັນກັນດີທາງດ້ານການທູດ, ການເມືອງ ແລະ ການສະໜັບສະໝູນຊຶ່ງກັນແລະກັນ ທັງໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີທີ່ການພົວພັນຮ່ວມມືສອງຝ່າຍ ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ, ຊຶ່ງໃນປີ 2018 ທີ່ຜ່ານມາ, ສອງຝ່າຍ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ສີລັງກາ, ສໍາເລັດການສ້າງຕັ້ງກົງສຸນກິດຕິມະສັກ ສີລັງກາ ປະຈໍາ ສປປ ລາວ, ນອກນັ້ນ ສປປ ລາວ ກໍໄດ້ຍົກເລີກຂໍ້ຫ້າມປະຊາຊົນສີລັງກາ ເອົາວີຊາກັບດ່ານເຂົ້າ ສປປ ລາວ ອີກດ້ວຍ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍທ່ານທູດ ທີ່ໄດ້ປະຕິບັດຫນ້າທີ່ຢ່າງຫ້າວຫັນ ໃນໄລຍະດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດສີລັງກາປະຈໍາ ສປປ ລາວ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ແລະ ຫວັງວ່າທ່ານທູດຈະສືບຕໍ່ໃຫ້ການສະໜັບສະໜູນເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີ ລະຫວ່າງ ລາວ ແລະ ສີລັງກາ ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ ແລະ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສີລັງກາ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.