ໃນຕອນບ່າຍຂອງ ວັນທີ 20 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Kirsten D. Madison, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ຮັບຜິດຊອບວຽກງານປາບປາມຢາເສບຕິດ, ການບັງຄັບໃຊ້ກົດໝາຍ ແລະ ການຕ້ານອາຊະຍາກໍາຂ້າມຊາດ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 19-21 ພຶດສະພາ 2019, ຊຶ່ງທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນໂອກາດທີ່ສຳຄັນ ໃນການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອຊອກຫາຊ່ອງທາງເສີມສ້າງການພົວພັນຮ່ວມມືສອງຝ່າຍໃຫ້ເຂັ້ມແຂງ ແລະ ມີຄວາມກ້າວໜ້າຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານ ນາງ Kirsten D. Madison ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຄັ້ງນີ້.