ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ແຕ່ວັນທີ 27-28 ມິຖຸນາ 2016, ເພື່ອຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ.
ໃນວັນທີ 22 ມິຖຸນາ 2016, ທີ່ ສໍານັກງານສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ຊາລວາດໍ ອັງໂຕນີໂອ ວາລເດດສ ເມຊາ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງລັດກູບາ, ຜູ້ຕາງໜ້າພິເສດຂອງ ສະຫາຍ ຣາອູນ ກາດສໂຕຼ ຣູດສ, ເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-23 ມິຖຸນາ ນີ້. ເພື່ອແຈ້ງຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກກອມມູນິດກູບາ.
ໃນວັນທີ 22 ມິຖຸນາ 2016, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫລວງວຽງຈັນ, ສະຖານທູດລຸກຊຳບວກ ປະຈຳລາວ ໄດ້ຈັດງານສະເຫລີມສະຫລອງວັນຊາດລຸກຊຳບວກ ແລະ ການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ຄົບຮອບ 19 ປີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂຣເບິດ ລໍເອີຣ (Robert Lauer), ເອກອັກຄະລາຊະທູດ ລຸກຊຳບວກ ປະຈໍາ ປະເທດໄທ ແລະ ທ່ານ ໂຄລດ ເຢິນເຊັນ, ອຸປະທູດຊົ່ວຄາວ ປະຈຳ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ບັນດາທູຕານຸທູດ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.