ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮ່ວມ

alk1

ໃນວັນທີ 12 ສິງຫາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມປຶກສາຫາລືຮ່ວມ ທີ່ ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານ​ນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍມີຫົວໜ້າເຈົ້າຫນ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ, ບັນດາເຈົ້າໜ້າທີ່ອາວຸໂສເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ປະຊາ​ຄົມວັດທະນະທຳ-ສັງຄົມອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບສາມເສົາຄໍ້າປະຊາ​ຄົມ​ອາຊຽນ, ບັນດາຜູ້ຕາງໜ້າຖາວອນປະຈຳ​ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືຮ່ວມ ໃນຄັ້ງນີ້ ໄດ້ປຶກສາຫາລື ກ່ຽວກັບ ​ການ​ກະກຽມ​ໃຫ້​ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ກອງປະຊຸມສຸດຍອດອາຊຽນ-ຈີນ ເພື່ອສະເຫຼີມສະຫລອງຄົບຮອບ 25 ປີ, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 19, ກອງປະຊູມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ-ບວກສາມ ຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທຳອິດ, ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 8, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 14, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 4 ແລະ ກອງປະຊຸມສຸດຍອດອາຊຽນ-ຊີຕາເວັນອອກ ຄັ້ງທີ 11. ກອງ​ປະຊຸມ ​ໄດ້​ຜ່ານ​ແຜນການ​ເຄື່ອນ​ໄຫວ ແລະ ວາລະ​ກອງ​ປະຊຸມ ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊຽນ ຄັ້ງທີ 28 ແລະ 29 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ.

ນອກນັ້ນ, ກອງປະຊຸມຍັງໄດ້ຮັບຮອງ​ເອົາ​ບັນຊີ​ເອກະສານ​ທີ່​ຜູ້ນຳ​ຈະ​ຮັບ​ຮອງ​ເອົາ​​ໃນ​ໂອກາດ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້, ​ໂດຍ​ສະ​ເພາະ​ແມ່ນ ແຜນແມ່ບົດ ວ່າ​ດ້ວຍ ການເຊື່ອມຈອດອາຊຽນ 2025 ແລະ ແຜນວຽກຂໍ້ລິເລີ່ມການເຊື່ອມຈອດອາຊຽນ ໄລຍະ 3.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487652
ມື້ນີ້92
ມື້ວານ228
ອາທິດນີ້14
ເດືອນນີ້1045