ຕອນບ່າຍວັນທີ 09 ມີນາ 2016,ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດ ແຫ່ງສປປລາວປະຈຳສ. ເກົາຫລີພ້ອມຄະນະ ໄດ້ເຂົ້າຮ່ວມພິທີຈັດສົ່ງເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນລາວເພື່ອຕ້ານໄພຫນາວ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ບໍລິສັດຟີລາ, ສ.ເກົາຫລີ ( FILA Korea ), ທີ່ ແຂວງກອງກີ ( Gyonggi-Do ). ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບດ້ວຍເຄື່ອງນຸ່ງຫົ່ມກັນຫນາວ ແລະ ເກີບກິລາຈຳນວນ 2 ຕູ້ກົງເຕນເນີ ( ປະມານ 1.000 ແກັດ ) ລວມມູນຄ່າ 1,26 ລ້ານໂດລາສະຫະລັດ ເພື່ອເປັນເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນລາວຜູ້ທຸກຍາກ ແລະ ຂາດເຂີນ. ຕາງຫນ້າໃຫ້ບໍລິສັດຟີລາ ເກົາຫລີ ກ່າວມອບໂດຍແມ່ນທ່ານ ກິມ ຈີນ ມອນ ( Kim Jin-myeon, CEO & General Manager) ພ້ອມຄະນະ, ມີ ທ່ານ ນ. ຢູ ຮອນ ສຸກ ( Mrs. Yoo Hyun-sook, ປະທານສະມາຄົມສິນລະປະ ແລະ ວັດທະນະທຳ, ທັງເປັນຜູ້ຕາງຫນ້າການຄ້າ, ຜູ້ຕາງຫນ້າການສຶກສາສປປລາວປະຈຳ ສ. ເກົາຫລີ ພ້ອມດ້ວຍຄະນະ ເປັນຜູ້ກ່າວຮັບ ແລະ ຈະເປັນຜູ້ນຳມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປລາວທີ່ນະຄອນຫລວງວຽງຈັນ ໃນອີກປະມານ 3 ອາທິດຕໍ່ຫນ້າ. ຫລັງຈາກນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ຈະເປັນຜູ້ນຳໄປແຈກຢາຍໃຫ້ປະຊາຊົນລາວຜູ້ທີ່ໄດ້ຮັບຜົນກະທົບຈາກໄພຫນາວໃນເຂດຫ່າງໃກສອກຫລີກຕໍ່ໄປ.