ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ມອບເອກະສານສັດຕະຍະບັນສັນຍາ ວ່າດ້ວຍ ການຖົມຂຸມການປະມົງ (WTO Fisheries Subsidies Agreement) ຕໍ່ ທ່ານ ນາງ Ngozi Okonjo-Iweala, ຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ

 

Embassy in Geneva WTO 2

 

ໃນວັນທີ 13 ພຶດສະພາ 2024, ຢູ່ ສໍານັກງານໃຫຍ່ອົງການການຄ້າໂລກ (ອຄລ) ທີ່ ເຊີແນວ, ປະເທດ ສະວິດສ, ໂດຍການມອບໝາຍຈາກລັດຖະບານ ແຫ່ງ ສປປ ລາວ, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ແລະອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ, ໄດ້ເປັນກຽດມອບເອກະສານສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ (WTO Fisheries Subsidies Agreement) ຕໍ່ ທ່ານ ນາງ Ngozi Okonjo-Iweala,  ຜູ້ອໍານວຍການໃຫ່ຍ ອຄລ.

 

Embassy in Geneva WTO 1

 

ໃນພິທີ ມອບ-ຮັບ ເອກະສານດັ່ງກ່າວ, ທ່ານ ຜູ້ອຳນວຍການໃຫ່ຍ ອຄລ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສຳເລັດ ແລະຮັບຮອງເອົາສັນຍາດັ່ງກ່າວໃນຖານະປະເທດ ດ້ອຍພັດທະນາ ແລະບໍ່ມີທາງອອກສູ່ທະເລ, ເຊີ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມລວມຂອງປະຊາຄົມໂລກ ແນ່ໃສ່ແກ້ໄຂບັນຫາການປະມົງເກີນຂະໜາດ, ການຄຸ້ມຄອງ-ພັດທະນາການປະມົງແບບຍືນຍົງ, ການຄ້ຳປະກັນສະບຽນອາຫານ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະບັນລຸໄດ້ເປົ້າໝາຍການພັດ ທະນາແບບຍືນຍົງ ສປຊ ໃນປີ 2030. ໃນພິທີດັ່ງກ່າວ, ທ່ານ ທູດ ກໍໄດ້ ຕີລາຄາສູງ ແລະຊົມເຊີຍ ອຄລ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ທ່ານ ຜູ້ອໍານວຍການໃຫຍ່ ທີ່ໄດ້ສຳເລັດ ແລະຮັບຮອງເອົາສັນຍາດັ່ງກ່າວໃນກອງປະຊຸມລັດຖະມົນຕີ ອຄລ ຄັ້ງທີ 13 ຜ່ານມາ, ເຊິ່ງ ສປປ ລາວ ເຖິງຈະເປັນປະເທດດ້ອຍພັດທະນາ ແລະບໍ່ມີທາງອອກສູ່ທະເລ, ແຕ່ກໍມີຄວາມໝາຍໝັ້ນແບບສະເໝີຕົ້ນສະເໜີປາຍໃນປະຕິບັດພັນທະ ແລະປະກອບສ່ວນອັນສໍາຄັນເຂົ້າໃນຄວາມພະຍາຍາມລວມຂອງປະຊາຄົມໂລກໃນການພັດທະນາແບບຍືນຍົງ ແລະແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ ລວມທັງການຄຸ້ມຄອງ ແລະພັດທະນາການປະມົງແບບຢືນຢົງ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ ແລະບັນລຸເປົ້າໝາຍການພັດທະນາແບບຢືນຢົງ ສປຊ ໃນປີ 2030. ທ່ານທູດ ໄດ້ຢືນຢັນຕື່ມວ່າ: ສປປ ລາວ ມີຄວາມພ້ອມເຂົ້າໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ແລະການສ້າງຂີດຄວາມສາມາດ. ມາຮອດປະຈຸບັນ, ສປປ ລາວ ເປັນປະເທດ ອັນດັບທີ 74 ທີ່ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ ອຄລ ແລະສັນຍາດັ່ງກ່າວຈະມີຜົນສັກສິດໄດ້ກໍຕໍ່ເມື່ອ 2/3 ຂອງປະເທດສະມາຊິກ ອຄລ ໃຫ້ສັດຕະຍາບັນ (ຍັງອີກ 36 ປະເທດ).

 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508784
ມື້ນີ້179
ມື້ວານ381
ອາທິດນີ້1437
ເດືອນນີ້7174