ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 70 ປີ (21/3/1946-21/3/2016), ໃນວັນທີ 19 ມີນາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ທີ່ ສຸຸສານນັກຮົບປະຕິວັດ (ຫຼັກ 24) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ສັດຕູຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອແຜ່ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ, ເຖິງຄຸນງາມຄວາມດີດັ່ງກ່າວແມ່ນໄດ້ຖືກຈາລຶກໄວ້ໃນປະວັດສາດ ແລະ ຊີວິດຈິດໃຈຂອງປວງຊົນລາວຕະຫຼອດການ.
ໃນຕອນເຊົ້າຂອງວັນທີ 15 ມີນາ 2016, ທີ່ ສະຖານເອກອັກຄະລັດຖະທູດ ກູບາ, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄະນະກົມຂອງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຄະນະນຳກະຊວງການຕ່າງປະເທດ ເຊັນປື້ມໄຫວ້ອາໄລແກ່ດວງວິນຍານຂອງທ່ານ Jorge Rey Jimenez, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 13 ມີນາ 2016, ທີ່ນະຄອນຫຼວງວຽງຈັນ ດ້ວຍພະຍາດກະທັນຫັນ.
ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຂອບການການຮ່ວມມືແຫ່ງອາຊີ ຄັ້ງທີ 14 (14th ACD Ministerial Meeting) ໃນວັນທີ 9-10 ມີນາ 2016 ທີ່ ບາງກອກ, ປະເທດ ໄທ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເນປານ ເຂົ້າເປັນສະມາຊິກໃໝ່ ເປັນປະເທດ 34, ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ,ໂຄງການຮ່ວມມືເອຊີດີ ໃນໄລຍະທີ່ຜ່ານມາ. ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລື ບັນດາເອກະສານຕ່າງໆ ສໍາລັບກອງປະຊຸມ ສຸດຍອດຄັ້ງທີ 2 ທີ່ຈະຈັດໃນເດືອນຕຸລາ 2016 ແລະ ຮັບຮອງເອົາເອກະສານຄື: ວາລະກອງປະຊຸມ, ຖະແຫຼງການປະທານ, ແນວຄວາມຄິດວິໄສທັດ ສໍາລັບການຮ່ວມມືອາຊີ 2030 ໂດຍສະເພາະເນັ້ນໃສ່ການເຊື່ອມຈອດພາກພື້ນ, ຂະແໜງບຸລິມາສິດໃນການຮ່ວມມື, ພິຈາລະນາການສ້າງຕັ້ງກອງເລຂາຖາວອນ ແລະ ບັນຫາສໍາຄັນອື່ນໆ ແລະ ລວມທັງທິດທາງການຮ່ວມມື ໃນອານາຄົດ.