ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ARF)

 

ASEAN ARF 1 ASEAN ARF 2

  

ໃນວັນທີ 8 ພຶດສະພາ 2016,  ສປປ ລາວ  ໃນນາມປະທານອາຊຽນ  ໄດ້ເປັນເຈົ້າພາບ  ແລະ  ເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ, ທີ່ ໂຮງແຮມ ວິນລາ ສັນຕິ ຣີສອດ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນຂອງຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ ແລະ ຕາງໜ້າຈາກ ກອງເລຂາອາຊຽນ.

 

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຜົນຂອງບັນດາກອງປະຊຸມ ແລະ ກິດຈະກໍາເວທີພາກພື້ນອາຊຽນ ທີ່ໄດ້ຈັດຕັ້ງປະຕິບັດ ໃນສົກປີ 2015-2016, ໄດ້ຮັບຮອງເອົາບັນດາກິດຈະກຳ ແລະ ກອງປະຊຸມ ເພື່ອຈັດຕັ້ງປະຕິບັດ ໃນສົກປີ 2016-2017 ແລະ ໄດ້ທົບທວນການຈັດຕັ້ງບັນດາແຜນວຽກຕ່າງໆ ຄື: ແຜນວຽກການທູດປ້ອງກັນເຫດ, ແຜນວຽກການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ແຜນວຽກຄວາມຫມັ້ນຄົງ ແລະ ການນໍາໃຊ້ຂໍ້ມູນ ແລະ ເທັກໂນໂລຍີຂໍ້ມູນຂ່າວສານ, ແຜນວຽກການບັນເທົາທຸກໄພພິບັດ, ແຜນວຽກຄວາມຫມັ້ນຄົງທາງທະເລ ແລະ ແຜນວຽກການບໍ່ແຜ່ຜາຍ ແລະ ການຫລຸດຜ່ອນອາວຸດ.

 

ກອງປະຊຸມຍັງໄດ້ ທົບທວນການຈັດຕັ້ງປະຕິບັດ ແຜນປະຕິບັດງານຮ່າໂນ້ຍ ເພື່ອຈັດຕັ້ງປະຕິບັດ ວິໄສທັດເວທີພາກພື້ນອາຊຽນ ຊຶ່ງມີຄວາມຄືບໜ້າດີ ແລະ ໄດ້ເຫັນດີໃຫ້ຈັດກອງປະຊຸມຫນ່ວຍງານເວທີພາກພື້ນອາຊຽນ ວ່າດ້ວຍ ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ ຄັ້ງດຽວ ຕໍ່ປີ ຈາກໃນເມື່ອກ່ອນທີ່ຈັດ 2 ຄັ້ງຕໍ່ປີ. ພ້ອມນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆ ລວມທັງເອກະສານຜົນຂອງກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23 ທີ່ຈະຈັດຂຶ້ນ ໃນເດືອນ ກໍລະກົດ 2016 ທີ່ວຽງຈັນ.

 

ນອກຈາກນີ້, ກອງປະຊຸມກໍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງສ້າງສັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະ ສິ່ງທ້າທາຍ ໃນພາກພື້ນອາຊີ-ປາຊີຟິກ ກໍຄື ໃນໂລກ ເຊັ່ນ: ໄພພິບັດທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ບັນຫາໂລກລະບາດ, ການຍ້າຍຖິ່ນຖານແບບຜິດປົກກະຕິ, ການຍ້າຍຖິ່ນຖານແບບຜິດປົກກະຕິ, ການຄ້າມະນຸດ ແລະ ສະພາບການຕ່າງໆ ໃນພາກພື້ນຕ່າງໆຂອງໂລກ ເຊັ່ນ: ສະພາບການຢູ່ຕາເວັນອອກກາງ, ສະພາບການຢູ່ປາກິດສະຖານ, ຢູ່ອັບການິດສະຖານ, ແຫລມເກົາຫລີ ແລະ ທະເລຈີນໃຕ້ ແລະ ອື່ນໆ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480338
ມື້ນີ້168
ມື້ວານ157
ອາທິດນີ້736
ເດືອນນີ້6569