ໃນວັນທີ 19 ກໍລະກົດ 2016, ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາແກ່ດວງວິນຍານ ທ່ານ ພົນຕີ ສຸບັນ ຫຸນນະຈຳປາ, ຄະນະພັກປະຈຳກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ໃນຕອນບ່າຍ ຂອງວັນທີ 14 ກໍລະກົດ 2016 ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Hu Zhengyue, ຮອງປະທານສາມະຄົມການທູດປະຊາຊົນ ຂອງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດ ຄະນະດັ່ງກ່າວມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນ ຫລື (ໂຄງການເຄື່ອນໄຫວນໍາແສງສະຫວ່າງມາສູ່ປະເທດແມ່ນໍ້າຂອງ)ພາຍໃຕ້ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ໃນວັນທີ 01 ກໍລະກົດ 2016, ໄດ້ມີພິທີເປີດສະຖານກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ ທີ່ ເມືອງປາກເຊ, ແຂວງຈຳປາສັກ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ລອງ ວິຊາໂລ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປອ. ບຸນຖອງ ດີວິໄຊ, ເຈົ້າແຂວງໆຈຳປາສັກ, ນອກນັ້ນ, ຍັງມີບັນດາເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ, ຫົວໜ້າກົມ, ຫົວໜ້າພະແນກການຕ່າງໆ ອ້ອມແຂວງຂອງລາວ ແລະ ກຳປູເຈຍ ເຂົ້າຮ່ວມ.