ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກະຊວງການຕ່າງປະເທດ ຫວນຄືນວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

speech women1

speech women2

ວັນທີ 30 ພະຈິກ 2016, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກາຖາລະນຶກວັນສາກົນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (25 ພະຈິກ) ໃຫ້ກຽດເຜີຍແຜ່ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ, ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງ ເຂົ້າຮ່ວມຫລາຍກວ່າ 400 ຄົນ.

ອ່ານເພີ່ມເຕີມ... 

ທ່ານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງ

 

khampaoweb

 

ໃນວັນທີ 23 ພະຈິກ 2016 ທ່ານ . ຄຳພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ມອບໜັງສືແຕ່ງຕັ້ງຂອງ ສະຫາຍ ຫວູ ດັງ ແມັ່ງໃນໂອກາດໄດ້ຮັບ​​ແຕ່ງຕັ້ງເປັນກົງສຸນໃຫຍ່ແຫ່ງ . ຫວຽດນາມ ປະຈຳ​ ແຂວງຫຼວງ​ພະ​ບາງ ແລະ ຮັບ​ຜິດ​ຊອບ​ບັນ​ດາ 8 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ ລາວ, ໃນ​ນັ້ນ​ມີ: ແຂວງຫຼວງ​ພະ​ບາງ, ແຂວງ​ບໍ​ແກ້ວ, ແຂວງ​ຫຼວງ​ນ້ຳ​ທາ, ແຂວງອຸ​ດົມ​ໄຊ, ແຂວງໄຊ​ຍະ​ບູ​ລີ, ແຂວງຜົງສາ​ລີ, ແຂວງ​ຫົວ​ພັນ, ແຂວງ​ຊຽງ​ຂວາງ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດຄວາມຍິດີຕ້ອນຮັບແລະຊົມເຊີຍຕໍ່ທ່ານ ຫວູ ດັງ ແມັ່ງທີ່ໄດ້ຮັບ​​ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນກົງສຸນໃຫຍ່ ແຫ່ງ ສ ຫວຽດນາມ ປະຈຳ​ ແຂວງຫຼວງພະບາງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃນໄລຍະເວ​ລາ ທີ່ທ່ານກົງສຸນໃຫຍ່ປະຕິບັດ​​ໜ້າທີວຽກງານການທູດຂອງທ່ານຢູ່ ປ ລາວ ນີ້ ທ່ານຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ​​ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ແລະ ງອກງາມຍິ່ງໆຂຶ້ນ, ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ແຂວງຫຼວງພະບາງກໍ່ຄືບັນດາແຂວງພາກເໜືອຂອງລາວກັບບັນດາແຂວງ​​ຕ່າງໆຂອງຫວຽດນາມໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ກໍ່​ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ​ໄດ້ທີ່ໃຫ້ການຊ່ວຍເຫຼືອ ປ ລາວ ເປັນຢ່າງດີຕະຫຼອດມາ, ເຊິ່ງເປັນການປະກອບສ່ວນ​​ອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງ​ພະ​ບາງ ແລະ ບັນດາແຂວງພາກເໜືອ​​ຂອງລາວ.

ໃນໂອກາດດຽວກັນ, ສະຫາຍ ຫວູ ດັງ ແມັ່ງ, ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ . ຄຳເພົາ ເອີນທະວັນ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມພ້ອມທັງໃຫ້ຄຳໝັ້ນສັນຍາວ່າຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນຢູ່ ປ ລາວ, ຕົນຈະປະກອບສ່ວນຢ່າງສຸດຄວາມສາມາດເພື່ອເຮັດໃຫ້ສາຍພົວພັນມິດຕະພາບ​, ຄວາມສາມັກແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ​ ​ຈະເລີນງອກງາມຍິ່ງໆຂຶ້ນ.

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ເອກະສານນິຕິກຳ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

SDGs

ໃນຕອນບ່າຍ ຂອງວັທີ 11 ພະຈິກ 2016 ຜ່ານມາ ທີ່ສະໂມສອນຂອງມະຫາວິທະຍາໄລຈຳປາສັກ, ກະຊວງການຕ່າງປະເທດ, ກົມອົງການຈັດຕັ້ງສາກົນໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ເອກະສານນິຕິກຳ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈຳນວນ500 ກວ່າທ່ານຈາກມະຫາວິທະຍາໄລຈຳປາສັກ

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508840
ມື້ນີ້235
ມື້ວານ381
ອາທິດນີ້1493
ເດືອນນີ້7230