ໃນວັນທີ 18 ພຶດສະພາ 2016, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາ ຫວນຄືນວັນປະຫວັດສາດສຳຄັນຂອງຊາດ ແລະ ສາກົນ ຂຶ້ນ, ເຊິ່ງເອກະສານທີ່ນຳມາເຜີຍແຜ່ ປະກອບມີ 6 ເອກະສານ ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 57 ປີ (18/5/1960-18/5/2016), ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 56 ປີ (24/5/1960-24/5/2016), ວັນເກີດຂອງປະທານ ໂຮ່ຈີ່ມິນ ຄົບຮອບ 126 ປີ (19/5/1890-19/5/2016), ວັນເກີດ ທ່ານ ກາກມາກ ຄົບຮອບ 198 ປີ (5/5/1818-5/5/2016), ວັນໄຊຊະນະ ດຽນບຽນຟູ ຄົບຮອບ 62 ປີ (7/5/1954-7/5/2016) ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄົມໂລກຄັ້ງທີ II ຄົບຮອບ 71 ປີ (9/5/1945-9/5/2016), ໃຫ້ກຽດເຜີຍແຜ່ເອກະສານ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍພະນັກງານ ເຂົ້າຮ່ວມຫລາຍກວ່າ 400 ທ່ານ.
ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຍົກໃຫ້ເຫັນ ສະພາບການ ທີ່ກອງພັນທີ 2 ຖືກປິດລ້ອມ, ການຜ່າວົງປິດລ້ອມ ແລະ ປັດໄຈພື້ນຖານ ທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມ ໄດ້ຢ່າງມີໄຊ, ການເຄື່ອນໄຫວ ປະຕິວັດຂອງຜູ້ນຳພັກ ແລະ ແນວລາວສ້າງຊາດ, ແຜນການໂຕນອອກຈາກຄຸກ, ການກະກຽມ ແລະ ສາເຫດ ການໂຕນຄຸກ ຢ່າງມະຫັດສະຈັນຂອງບັນດາຜູ້ນຳ ໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ພ້ອມທັງ ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຄຸນງານຄວາມດີ ແລະ ຜົນງານອັນຍິ່ງໃຫຍ່, ຄຸນສົມບັດສິນທຳປະຕິວັດຂອງປະທານ ໂຮ່ຈີ່ມິງ ແລະ ທ່ານ ກາກມາກ.
ນອກນັ້ນ, ຍັງໄດ້ເລົ່າຄືນກ່ຽວກັບ ເຫດການປະຫວັດສາດຂອງສາກົນ ໂດຍສະເພາະແມ່ນສາເຫດ ພາໃຫ້ເກີດສົງຄາມໂລກ ຄັ້ງທີ II, ການບຸກໂຈມຕີລ້າງຜານຂອງພວກຟາດຊິດ, ມະຫາສົງຄາມປ້ອງກັນ ປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດ, ຜົນເສຍຫາຍ ແລະ ຜົນສະທ້ອນຂອງ ໄຊຊະນະຟາດຊິດ ຕໍ່ຊາວໂລກ, ການສະໜັບສະໜູນຊ່ວຍເຫລືອຂອງ ສະຫະພາບໂຊວຽດ ຕໍ່ ສປປ ລາວ, ແຜນຍຸດທະສາດປົດປ່ອຍດຽນບຽນຟູຂອງ ພັກກອມມູນິດ ຫວຽດນາມ ແລະ ຄວາມສຳຄັນຂອງໄຊຊະນະ ດຽນບຽນຟູ ຕື່ມອີກ.