ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ)

 

east asia 0 east asia 1

 

ວັນທີ 7 ພຶດສະພາ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ), ຊຶ່ງໄດ້ຈັດຂຶ້ນ ຢູ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ.

  

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ໃນເດືອນພະຈິກ 2015 ທີ່ຜ່ານມາ ໂດຍສະເພາະແມ່ນຖະແຫຼງການ ກົວລາລຳເປີ ວ່າດ້ວຍການສ້າງຕັ້ງ  ອີເອເອສ ຄົບຮອບ 10 ປີ ແລະ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ,  ບັນຫາສຸຂະພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມ ຈອດອາຊຽນ. ກອງປະຊຸມເຫັນດີສືບຕໍ່ເຮັດວຽກຮ່ວມກັນ ແລະ ປະສານງານຢ່າງໃກ້ຊິດ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆ ແລະ ບັນດາຄຳຕົກລົງຂອງຜູ້ນຳຢ່າງມີປະສິດທິຜົນ ແນໃສ່ເສີມຂະຫຍາຍ ອີເອເອສ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອີເອເອສ ແລະ ກອງປະຊຸມສຸດຍອດ ອີເອເອສ ທີ່ ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນກັນຍາ 2016 ຕາມລຳດັບ ຢູ່ ສປປ ລາວ ພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ສປປ ລາວ. ກອງປະຊຸມຍັງໄດ້ແລກປຽ່ນທັດສະນະ ກ່ຽວກັບ ບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ.

  

ອີເອເອສ ເປັນເວທີລະດັບຜູ້ນຳ ເພື່ອປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີທຸກຝ່າຍມີຜົນປະໂຫຍດ ແລະ ມີຄວາມເປັນຫ່ວງຮ່ວມກັນ ແນໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ຢູ່ພາກພື້ນອາຊີຕາເວັນອອກ. ອີເອເອສ ປະກອບດ້ວຍ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດຄູ່ເຈລະຈາອາຊຽນ (ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ,​ ສ. ເກົາຫຼີ, ລັດເຊຍ ແລະ ສະຫະລັດ ອາເມລິກາ).

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484522
ມື້ນີ້38
ມື້ວານ188
ອາທິດນີ້960
ເດືອນນີ້3827