ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເຂົ້າອວຍພອນປີໃໝ່ຫວຽດນາມ ປະຈຳປີ 2023

  

  

20230120 VN New Year 1

ອ່ານເພີ່ມເຕີມ... 

ກອງປະຊຸມສໍາມະນາໃນຫົວຂໍ້: “ຄວາມສໍາຄັນ ແລະ ບົດບາດ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນສະພາບການປັດຈຸບັນ”

  

  

20230118 ECO Dept 1

20230118 ECO Dept 2

 

  

ໃນວັນທີ 18 ມັງກອນ 2023 ທີ່ ແຂວງຊຽງຂວາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ສູນຮ່ວມມືອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ ຄວາມສໍາຄັນ ແລະ ບົດບາດຂອງ   ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນສະພາບການປັດຈຸບັນ ” ທີ່ຫ້ອງວ່າການແຂວງ    ຊຽງຂວາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນໂຮມ ເທດທານີ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງ, ພາກທຸລະກິດ, ວິທະຍາໄລພາຍໃນແຂວງ ຈໍານວນ 50 ກວ່າທ່ານ.

ອ່ານເພີ່ມເຕີມ... 

ກອງປະຊຸມສຳມະນາວິຊາການ ພາຍໃຕ້ຫົວຂໍ້ “ວິທີວິທະຍາ ໃນການຂຽນບົດຄວາມ ແລະ ບົດຄົ້ນຄວ້າ ແລະ ການຮ່າງເອກະສານທາງການ”

   

  

20230106 IFA Vangvieng

  

  

ໃນວັນທີ 06 ມັງກອນ 2023, ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິຊາການ ໃນຫົວຂໍ້ “ວິທີວິທະຍາ ໃນການຂຽນບົດຄວາມ ແລະ ບົດຄົ້ນຄວ້າ ແລະ ການຮ່າງເອກະສານທາງການ” ພາຍໃຕ້ການເປັນປະທານໃນພິທີເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບການ ໂດຍ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເຊິ່ງມີຄະນະສະຖາບັນ, ຄະນະພະແນກ ພ້ອມດ້ວຍວິຊາການສະຖາບັນການຕ່າງປະເທດ ທັງໝົດ ຈຳນວນ 30 ທ່ານເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນບົດຮຽນທີ່ມີເນື້ອໃນເລິກເຊິ່ງ ດ້ວຍບັນຍາການທີ່ຟົດຟື້ນ. ກອງປະຊຸມຄັ້ງນີ້ ແມ່ນນອນຢູ່ໃນຂອບໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ເຊິ່ງສະຖາບັນການຕ່າງປະເທດຮັບຜິດຊອບ.  

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404533
ມື້ນີ້9
ມື້ວານ171
ອາທິດນີ້944
ເດືອນນີ້6573