ໃນຕອນບ່າຍຂອງວັນທີ 26 ຕຸລາ 2023 ທີ່ ຮ່າໂນ້ຍ, ສສ ຫວຽດນາມ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືລະດັບລັດຖະມົນຕີ ໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ (OECD-SEARP), ຊຶ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກ 38 ປະເທດສະມາຊິກ OECD, 10 ປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ແລະ ເລຂາທິການໃຫຍ່ຂອງອົງການ OECD ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນການເງິນຈຳນວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ອົດສະຕຼາລີ ແລະ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມມື ເພື່ອການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ” (Strengthening Partnerships for Sustainable and Quality Investment).
ຈຸດປະສົງ ແມ່ນເພື່ອປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບ ບັນດາມາດຕະການໃນການປະຕິບັດຕົວຈິງ ທີ່ນອນຢູ່ໃນໂຄງການ SEARP, ໂດຍສະເພາະແມ່ນການວາງນະໂຍບາຍສົ່ງເສີມການລົງທຶນໂດຍກົງຂອງຕ່າງປະເທດ ໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ ທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ພ້ອມທັງໂອກາດໃນການຮ່ວມມື ລະຫວ່າງຂະແໜງການກ່ຽວຂ້ອງຕ່າງໆຂອງບັນດາປະເທດສະມາຊິກ OECD ກັບອາຊຽນ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໄປຄຽງຄູ່ກັບການເພິ່ມທະວີການເຊື່ອມຈອດກັບປະເທດໃກ້ຄຽງ ແລະ ການພັດທະນາພື້ນຖານໂຄງລ່າງ ທີ່ຈຳເປັນ ເພື່ອແນ່ໃສ່ປັບປຸງລະບົບການຄົມມະນາຄົມ ແລະ ອຳນວຍຄວາມສະດວກທັງໃນດ້ານການຄ້າ, ການໄປມາຫາສູ່ ແລະ ການດຶງດູດການລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ໂຄງການລົດໄຟລາວ-ຈີນ. ພ້ອມດຽວກັນ, ກໍ່ໄດ້ແຈ້ງໃຫ້ບັນດາຜູ້ເຂົ້າຮ່ວມຊາບ ກ່ຽວກັບ ສປປ ລາວ ຈະຮັບໜ້າທີ່ເປັນປະທານອາຊຽນໃນປີ 2024, ຊຶ່ງຈະດຳເນີນໄປພາຍໃຕ້ຄຳຂວັນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ແລະ ໃນປີດຽວກັນ ກໍ່ຈະເປັນປີທ່ອງທ່ຽວລາວ 2024 ຈຶ່ງຂໍເຊີນຊວນບັນດາທ່ານທັງໃນແລະນອກພາກພື້ນໃຫ້ມາຢ້ຽມຢາມ ສປປ ລາວ ຫຼາຍຂຶ້ນ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍ ກັບທ່ານ Febrio Kacaribu, ປະທານນະໂຍບາຍການເງິນ, ຮອງລັດຖະມົນຕີກະຊວງການເງິນ ຂອງ ອິນໂດເນເຊຍ ກ່ຽວກັບ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ໃນນີ້, ຝ່າຍອິນໂດເນເຊຍ ໄດ້ສະແດງຄວາມຍິນດີໃນການສະໜັບສະໜູນ ສປປ ລາວ ທັງໃນດ້ານການຊ່ວຍເຫຼືອດ້ານວິຊາການ, ບຸກຄະລາກອນ ແລະ ອື່ນໆ. ກອງປະຊຸມເວທີປຶກສາຫາລືລະດັບລັດຖະມົນຕີ ໂຄງການພາກພື້ນຕາເວັນອອກສ່ຽງໃຕ້ ຂອງອົງການ OECD ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ ສສ ຫວຽດນາມ ໃນປີ 2022 ແລະ ຄັ້ງນີ້ ຖືເປັນຄັ້ງທີ 2, ຊຶ່ງ ສສ ຫວຽດນາມ ແມ່ນເປັນປະເທດປະທານຮ່ວມຂອງໂຄງການ SEARP.