ໃນວັນທີ 24 ພຶດສະພາ 2018, ຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຮອດປີ 2030 ໄດ້ຈັດກອງປະຊຸມ ຄັ້ງທີ II ຂອງຕົນຂຶ້ນ ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ. ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ, ມີບັນດາລັດຖະມົນຕີ -ຮອງລັດຖະມົນຕີ ແລະ ພະນັກງານຂັ້ນສູງ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.
ໃນວັນທີ 21-22 ພຶດສະພາ 2018, ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC ຫຼັກ 5), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມເປີດກວ້າງຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີຜູ້ຕາງໜ້າຈາກ ອົງການຈັດຕັ້ງພັກ-ລັດ ແລະ ຂະແໜງການຕ່າງໆ ອ້ອມຂ້າງສູນກາງ ເຂົ້າຮ່ວມຈຳນວນ 150 ກວ່າທ່ານ.
ຄະນະຜູ້ແທນລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 74 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ (UNESCAP) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 11-16 ພຶດສະພາ 2018 ທີ່ບາງກອກ, ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ຄວາມບໍ່ສະເໝີພາບໃນຍຸກສະໄໝຂອງວາລະການພັດທະນາແບບຍືນຍົງ ປີ 2030” ແລະ ໄດ້ດຳເນີນເປັນສອງລະດັບຄືລະດັບເຈົ້າໜ້າທີອາວຸໂສ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ເປັນຕົ້ນແມ່ນບັນຫາທີ່ຕິດພັນກັບຄວາມຮັບຜິດຂອງອະນຸກຳມະການຕ່າງໆ, ວຽກງານບໍລິຫານກອງເລຂາ ແລະ ການປຶກສາຫາລືແຜນວຽກໃນຕໍ່ໜ້າ. ສຳລັບກອງປະຊຸມລະດັບລັດຖະມົນຕີ ແມ່ນໄດ້ດຳເນີນພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ຮີນດາ ຫຽນ (Hilda Heine), ປະທານາທິບໍດີ ສາທາລະນະລັດ ມາແຊນ ໄອແລນ (Marshall Islands) ແລະ ມີຄະນະຜູ້ແທນຂັ້ນສູງຈາກ ບັນດາປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳ ພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ເຂົ້າຮ່ວມ.