ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

 

20190106LaosVietnam420190106LaosVietnam120190106LaosVietnam220190106LaosVietnam3

 

ໃນວັນທີ 6 ມັງກອນ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມ ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 40 ກໍ່ຄືຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ໃນປີ 2019.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມືໃນປີ 2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຢູ່ ສສ ຫວຽດນາມ ມີທັງໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 03 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າ ລະຫວ່າງ ສອງປະເທດ ໃນປີ 2018 ບັນລຸໄດ້ 1 ຕື້ໂດລາສະຫະລັດ, ເພີ່ມຂື້ນ 13% ທຽບໃສ່ໄລຍະດຽວຂອງປີ 2017; ການຈັດຕັ້ງປະຕິບັດບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 12 ໂຄງການໄດ້ສໍາເລັດ, ມອບ-ຮັບ ແລະ ໄດ້ນໍາໃຊ້ໃນປີ 2018; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆຂອງສອງຝ່າຍ ໄດ້ເພີ້ມທະວີການພົບປະແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍບາຍການຮ່ວມມື ໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດ ກໍຄືລະບຽບການສາກົນ.

ສຳລັບທິດທາງແຜນການຮ່ວມມືໃນປີ 2019, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ລະຫວ່າງ ສອງລັດຖະບານໃຫ້ປະກົດຜົນເປັນຈິງ ໃນນັ້ນ ເອົາໃຈໃສ່ປະຕິບັດໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຊອກຫາວິທີການ ແລະ ມາດຕະການ ເພື່ອເພີ້ມມູນຄ່າການຄ້າ ລະຫວ່າງ ສອງປະເທດ ໃຫ້ບັນລຸຕາມເປົ້າໝາຍທີ່ວາງອອກ; ມີມາດຕະການຊ່ວຍເຫລືອ ແລະ ແກ້ໄຂຂໍ້ຫຍຸ້ງຍາກ, ຂ້ອງຄາ ໃຫ້ແກ່ບັນດາວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວ ກໍ່ຄືການແກ້ໄຂຢ່າງຂາດຕົວຕໍ່ບັນດາວິສາຫະກິດ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການສູງ ເຊັ່ນ: ການຊື້ຂາຍໄຟຟ້າ ແລະ ຂົງເຂດກະສິກຳເຕັກໂນໂລຊີສູງ.

ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພະຍານໃນການລົງນາມ 06 ເອກະສານສໍາຄັນ ແລະ ມອບໃບຢັ້ງຢືນ 1 ເອກະສານ ຄື:(1) ບົດບັນທຶກກອງປະຊຸມຄັ້ງທີ 41; (2) ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2019 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ; (3) ແຜນການຮ່ວມມືປະຈຳປີ 2019 ລະຫວ່າງ ສອງກະຊວງສຶກສາທິການ-ກິລາ ລາວ ແລະ ກະຊວງສຶກສາ-ກໍ່ສ້າງ ຫວຽດນາມ; (4) ການມອບ-ຮັບ ໂຄງການສຳເລັດໃນການກໍ່ສ້າງໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນມິດຕະພາບເຈົ້າອານຸວົງ ຢູ່ ແຂວງໄຊສົມບູນ, ຫໍພັກນັກສຶກສາຕ່າງປະເທດ ຢູ່ດົງໂດກ, ໂຮງຮຽນມັດທະຍົມສົມບູນມິດຕະພາບໄລຍະ 2 (ຫລັກ 5) ແລະ ສູນພາສາຫວຽດ ຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ; (5) ການມອບ-ຮັບ ໂຄງການກໍ່ສ້າງສຳເລັດ ໃນການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງສະຫວັນນະເຂດ; (6) ຂໍ້ຕົກລົງ ວ່າດ້ວຍການຊ່ວຍເຫລືອແນວພັນເຂົ້າ ຈໍານວນ 300 ໂຕນ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ (7) ມອບໃບຢັ້ງຢືນຮັບຊື້ໄຟຟ້າຈາກໂຄງການໄຟຟ້ານໍ້າຊໍາ (ລາວ).

ສອງຝ່າຍ ເຊື່ອໝັ້ນວ່າຜົນສຳເລັດກອງປະຊຸມຄັ້ງນີ້ ລວມທັງບັນດາເອກະສານທັງໝົດທີ່ໄດ້ລົງນາມໃນໂອກາດນີ້ ຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງສຸດຢູ່ແລ້ວ, ຂຶ້ນສູ່ລະດົບສູງ ເປັນຂີດໝາຍອັນໃໝ່ໃນປີ 2019.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມຸນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ນາງ ຫງວຽນ ທິ ກິມ ເງິນ, ປະທານສະພາແຫ່ງຊາດ ຫວຽດນາມ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485755
ມື້ນີ້54
ມື້ວານ206
ອາທິດນີ້791
ເດືອນນີ້5060