ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການປະຈຳປີ 2019 ຂອງກະຊວງການຕ່າງປະເທດ

20181228Mofa120181228Mofa220181228Mofa

ໃນວັນທີ 28 ທັນວາ 2018, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມເພື່ອສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈຳປີ 2019 ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະ ມົນຕີ, ຄະນະກົມ, ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານກະຊວງການຕ່າງປະເທດທັງໝົດ ເຂົ້າຮ່ວມ ປະມານ 500 ກວ່າຄົນ.

ໃນພິທີ, ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ສະເໜີບົດສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2018ແລະ ແຜນການສຳລັບ ປີ 2019, ຊຶ່ງໄດ້ຍົກໃຫ້ເຫັນສະພາບແວດລ້ອມໃນພາກພື້ນ ແລະ ສາກົນທີ່ພວມຜັນແປໄປຢ່າງສັບສົນ, ສະຫຼັບຊັບຊ້ອນມີທັງການຕໍ່ສູ້ແກ້ງແຍ້ງ, ມີທັງກາລະໂອກາດ ແລະສິ່ງທ້າທາຍ, ແຕ່ທ່າອ່ຽງໂດຍລວມ ຍັງແມ່ນການເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງ. ໃນສະພາບການດັ່ງກ່າວ, ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວການຕ່າງປະເທດຢ່າງຫ້າວຫັນ ໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ; ເຄື່ອນໄຫວການຕ່າງປະເທດແບບ “ປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍຍຶດເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 08 ຂອງລັດຖະບານ, ເຮັດໃຫ້ການເຄື່ອນໄຫວຕ່າງປະເທດ ຂອງ ສປປ ລາວ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ສາມາດຮັກສາສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ ແລະ ຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດ. ໃນໄລຍະປີ 2018, ສປປ ລາວ ໄດ້ມີການເຄື່ອນໄຫວການທູດຂັ້ນສູງຢ່າງສະໝໍ່າສະເໝີ, ໃນນັ້ນ, ໄດ້ມີການເຄື່ອນໄຫວການຕ່າງປະເທດລະດັບປະມຸກລັດ ຈຳນວນ 03 ຄັ້ງ; ການເຄື່ອນໄຫວວຽກງານການຕ່າງປະເທດໃນລະດັບຫົວໜ້າລັດຖະບານ ຈໍານວນຫຼາຍກວ່າ 12 ຄັ້ງແລະ ໃນລະດັບລັດຖະມົນຕີຕ່າງປະເທດ ຈຳນວນ 32 ຄັ້ງ. ຜ່ານການເຄື່ອນໄຫວວຽກງານການຕ່າງປະເທດ,ສປປ ລາວ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການຂະຫຍາຍຕົວທັງລວງກ້ວາງ ແລະ ລວງເລິກ, ສືບຕໍ່ບາດກ້າວແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ເຂົ້າຮ່ວມການເຄື່ອນໄຫວໃນຂອບການຮ່ວມມືຂອງພາກພື້ນ ແລະ ສາກົນ ຢ່າງຫ້າວຫັນ.​ ນອກນັ້ນ, ບັນດາສໍານັກງານການທູດລາວປະຈໍາຕ່າງປະເທດ ກໍໄດ້ເອົາໃຈໃສ່ເຄື່ອນໄຫວການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາຢ່າງຕັ້ງໜ້າອັນໄດ້ປະກອບສ່ວນທີ່ສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງການຊ່ວຍເຫຼືອສາກົນ, ດຶງດູດການລົງທຶນ ແລະ ການພົວພັນດ້ານເສດຖະກິດ.     ປັດຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 141 ປະເທດ ແລະ ມີສໍານັກງານຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດຈຳນວນ 40ແຫ່ງ, ໃນນັ້ນ ມີສະຖານທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນປະຈຳອົງການຈັດຕັ້ງສາກົນ03 ແຫ່ງ ແລະສະຖານກົງສຸນ 11 ແຫ່ງ.

ສຳລັບທິດທາງແຜນການຈຸດສຸມໃນການເຄື່ອນໄຫວວຽກງານໃນປີ 2019, ແມ່ນຈະໄດ້ສືບຕໍ່ປັບປຸງແກ້ໄຂຂໍ້ຄົງ ຄ້າງໃນປີຜ່ານມາ ແລະ ສືບຕໍ່ຢືດໝັ້ນປະຕິບັດນະໂຍບາຍການຕ່າງປະເທດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງໜັກແໜ້ນ, ຄ່ອງແຄ້ວ, ນິ້ມນວນ ແລະ ມີຈຸດສຸມ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ໄດ້ພ້ອມກັນສັງເກດຕີລາຄາຄືນກ່ຽວກັບຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາໂດຍໄດ້ຍົກໃຫ້ເຫັນຜົນສຳ ເລັດ ກໍຄືສິ່ງທີ່ຄົງຄ້າງທີ່ຈະຕ້ອງເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2018 ແລະທິດທາງວຽກງານຈຸດສຸມຂອງ ປີ 2019, ຊຶ່ງເຫັນວ່າ ປີ 2018 ເປັນປີໜຶ່ງທີ່ກະຊວງການຕ່າງປະເທດ ໄດ້ມີປະລິມານວຽກຢ່າງຫຼວງຫຼາຍບໍ່ວ່າໃນດ້ານວຽກງານວິຊາສະເພາະ ກໍຄືການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງສຸດແລະ ລະດັບຕ່າງໆ, ລວມເຖິງການເຄື່ອນໄຫວຂອງຂັ້ນວິຊາການ ກໍມີຈຳນວນບໍ່ໜ້ອຍ.ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມປຸ້ມລຸມສາມັກຄີ, ການຍົກສູງຄວາມຮັບຜິດຊອບຂອງຄະນະນຳກະຊວງ ກໍຄືພະນັກງານຂັ້ນລຸ່ມທຸກຂັ້ນ ແລະສິ່ງສຳຄັນ ແມ່ນໄດ້ຮັບການຊີ້ນຳນຳພາຢ່າງໃກ້ຊິດຂອງກົມການເມືອງ ແລະຄະນະເລຂາທິການສູນກາງພັກ ແລະ ການຮ່ວມມືຈາກບັນດາຂະແໜງການອ້ອມຂ້າງສູນກາງ ແລະອຳນາດການປົກຄອງທຸກຂັ້ນ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດຍາດໄດ້ຜົົນສຳເລັດທີ່ສຳຄັນຫຼາຍດ້ານດັ່ງກ່າວ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ອັນໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງລາວຢູ່ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງເດັ່ນຂຶ້ນເປັນກ້າວໆ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນຂອງກະຊວງການຕ່າງປະເທດຈົ່ງສືບຕໍ່ຊຸກຍູ້ສົ່ງເສີມຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍ ບາຍຕ່າງປະເທດ ຕາມທິດທາງມະຕິ X ຂອງສູນກາງພັກທີ່ວາງອອກແລະ ມະຕິກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 13 ໃຫ້ມີຜົນສຳເລັດຢ່າງຈົບງາມ, ພ້ອມທັງຊຸກຍູ້ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ກະກຽມເນື້ອໃນສຳລັບກອງປະຊຸມວຽກງານການຕ່າງປະເທດ ຄັ້ງງທີ 14 ໃນປີ 2019 ນີ້ ແລະ ໄດ້ຖືໂອກາດດັ່ງກ່າວອວຍພອນພະນັກງານລັດຖະກອນກະຊວງການຕ່າງປະເທດ ໃຫ້ມີສຸຂະພາບເຂັ້ມແຂງ ແລະມີຜົນສຳເລັດໃນພາລະກິດອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນປີ 2019 ທີ່ຈະໝູນວຽນມາເຖິງນີ້.

 

     

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486447
ມື້ນີ້1
ມື້ວານ142
ອາທິດນີ້109
ເດືອນນີ້5752