ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

20190731AMM320190731AMM2

20190731AMM1

 

ໃນຕອນ​ບ່າຍຂອງວັນທີ 30 ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZCommission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະຕິບັດ​ງານຂອງ​ສົນທິສັນຍາ​ ວ່າ​ດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ​​ແລະ ຮັບ​ຊາບ​ຜົນ​ກອງ​ປະຊຸມ​ເຄືອ​ຂ່າຍ​ອົງການ​ພະລັງງານ​ປະລາ​ມະນູອາຊຽນ ຄັ້ງ​ທີ 6 (6th ASEANTOM). ພ້ອມ​ນີ້, ໃນຕອນບ່າຍຂອງວັນດຽວກັນ ລັດຖະມົນຕີຕ່າງປະເທດເຮົາ ກັບບັນດາລັດຖະມົນຕີອາຊຽນອືື່ນໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າຄະນະ​ກໍາມາ​ທິການ​ລະຫວ່າງ​ຊາດ​ອາຊຽນ ວ່າ​ດ້ວຍ​ ສິດ​ທິມະນຸດ (AICHR), ເຊິ່ງໄດ້​ຮັບ​ຊາບ​ບົດ​ລາຍ​ງານ​ປະ​ຈໍາປີ 2019 ​ແລະ ​ຖະ​ແຫຼງການສະເຫລີມສະຫລອງຄົບຮອບ 10 ປີ ຂອງ AICHR. ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫລີມໄຊ ໄດ້ເຂົ້າຮ່ວມກອງປະຊຸມອາຫານຄ່ຳແບບເຮັດວຽກ, ເຊິ່ງໄດ້ປຶກສາຫາລື 3 ບັນຫາ: 1. ຜົນຂອງກອງປະຊຸມ G 20 ຢູ່ ເມືອງ ໂອສະະ, ຍີ່ປຸ່ນ; 2. ຜັນຂະຫຍາຍເອກະສານແນວຄວາມຄິດອາຊຽນຕໍ່ຂອບການຮ່ວມມືອິນໂດປາຊີຟິກ; ແລະ 3. ການແກ້ໄຂບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ, ມຽນມາ.  

ອ່ານເພີ່ມເຕີມ... 

ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

2019.7.24-slx-hup-IFAD1

2019.7.24-slx-hup-IFAD2

ໃນລະ​ຫວ່າ​ງວັນ​ທີ 22 - 25 ກໍລະກົດ 2019, ທ່ານ ກິວເບີດ ຮຸງໂບ, ປະ​ທານ​ອົງການກອງ​ທຶນ​ສາ​ກົນ ເພື່ອ​ການ​ພັດ​ທະ​ນາ​ກະ​ສິ​ກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນ​ທາງ​ມາຢ້ຽມຢາມ ສ​ປ​ປ ລາວ ຢ່າງເປັນທາງການ. ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ເພື່ອ​ເປັນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສ​ປ​ປ ລາວ ກັບ ອົງ​ການ IFAD. ການຢ້ຽມຢາມຂອງປະທານ IFAD ຄັ້ງນີ້ ເປັນຄັ້ງທີ 2 ນັບແຕ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການດັ່ງກ່າວ ໃນປີ 1980 ເປັນຕົ້ນມາ (ຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ແມ່ນ ປີ 2010).

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ

 

FMtalksTreaty1 FMtalksTreaty2

 

ໃນວັນທີ 19 ກໍລະກົດ 2019 ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຢູ່ຕ່າງປະເທດ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກແຕ່ລະກົມພາຍໃນກະຊວງ ເຂົ້າຮ່ວມລວມ 200 ກ່ວາທ່ານ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487696
ມື້ນີ້136
ມື້ວານ228
ອາທິດນີ້58
ເດືອນນີ້1089