ໃນລະຫວ່າງວັນທີ 22 - 25 ກໍລະກົດ 2019, ທ່ານ ກິວເບີດ ຮຸງໂບ, ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ອົງການ IFAD. ການຢ້ຽມຢາມຂອງປະທານ IFAD ຄັ້ງນີ້ ເປັນຄັ້ງທີ 2 ນັບແຕ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການດັ່ງກ່າວ ໃນປີ 1980 ເປັນຕົ້ນມາ (ຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ແມ່ນ ປີ 2010).
ໃນໂອກາດນີ້, ປະທານອົງການ IFAD ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການນຳກະຊວງກ່ຽວຂ້ອງ ຄື : ທ່ານ ສົມດີ ດວງດີ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ; ແລະ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ສຸພັນ ແກ້ວມີໄຊ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມ ບັນດາໂຄງການ ຍຸດທະສາດສະໜັບສະໜູນ ການຄໍ້າປະກັນສະບຽງອາຫານ ແລະ ໂພສະນາການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ອົງການ IFAD ຢູ່ ແຂວງ ຊຽງຂວາງ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງແຂວງຊຽງຂວາງ ພ້ອມດ້ວຍ ອຳນາດການປົກຄອງແຂວງ ແລະ ອຳນາດການປົກຄອງ ເມືອງຄໍາ.
ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD ເລີ່ມແຕ່ປີ 1978, ການຮ່ວມມື ສ່ວນໃຫຍ່ແມ່ນອີງໃສ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ເປັນຫຼັກ, ໂດຍສະເພາະໃນຂົງເຂດການພັດທະນາຊົນນະບົດຮອບດ້ານ ແລະ ການຄໍ້າປະກັນດ້ານສະບຽງ ອາຫານ, ຄຽງຄູ່ກັບການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ. ການຊ່ວຍ ເຫລືອແກ່ ສປປ ລາວ ຂອງ ອົງການ IFAD ເລີ່ມແຕ່ໃນປີ 1980 ລວມມູນຄ່າ 148 ລ້ານໂດລາ ສະຫະລັດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 15 ໂຄງການ/ແຜນງານ.