ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ

 

FMreceicedKorea1 FMreceicedKorea2

 

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຢູນ ຊູນ ກູ (Yoon Soon Gu), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 15-17 ກໍລະກົດ 2019, ທີ່ ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ​ຕ້ອນຮັບ ທ່ານຮອງ​ລັດ​ຖະ​ມົນ​ຕີ​ ຢູນ ຊູນ ກູ ​ທີ່ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກ ​ຢູ່ ສ​ປ​ປ ລາວ ໃນ​ຄັ້ງນີ້, ຊຶ່ງເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ​ ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ, ພ້ອມທັງຕີ​ລາຄາ​ສູງ ຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືສອງ​ຝ່າຍ ຕະຫລອດ​ໄລຍະສອງທົດ​ສະ​ວັດ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ຜ່ານມາ ໄດ້ມີ​ບາດ​ກ້າວ​ຂະຫຍາຍຕົວ​​ຢ່າງຕໍ່ເນື່ອງ​, ​ຊຶ່ງສະ​ແດງ​ອອກໃນ​ການແລກປ່ຽນ​ການ​ຢ້ຽມຢາມ ​ເຊິ່ງກັນ ​ແລະ ກັນ ໃນ​ຫຼາຍ​ລະດັບ ຢ່າງ​ເປັນ​ປົກກະຕິ. ພ້ອມນີ້, ຍັງສະ​ແດງ​ຄວາມ​ຂອບ​ໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນ ທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເອົາໃຈໃສ່ໃຫ້ການຊ່ວຍເຫຼືອບັນເທົາທຸກທາງດ້ານວິຊາການ, ວັດຖຸ ແລະ ຊັບສິນ ໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍ ໃນໄລຍະທີ່ປະຊາຊົນລາວ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ຢູ່ ແຂວງອັດຕະປື ໃນເດືອນກໍລະກົດ​ 2018 ທີ່ຜ່ານມາ, ພ້ອມທັງຊ່ວຍຟື້ນຟູສະພາບ ໃຫ້ຄືນສູ່ປົກກະຕິ ແລະ ຫວັງວ່າ ສ.ເກົາຫລີ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ ໃຫ້ກາຍເປັນເຂດພັດທະນາ​ ແລະ ສືບ​ຕໍ່​ໂຄງການ​ຮ່ວມ​ມືສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ​ໃຫ້ສາມາດນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເປັນກ້າວໆ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ອວຍ​ພອນ​ໃຫ້ ທ່ານຮອງລັດຖະມົນຕີ ຢູນ ຊູນ ກູ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດໃນ​ການປະຕິບັດພາລະກິດ ໃນ​ຄັ້ງ​ນີ້ ແລະ ເດີນທາງກັບ​ຄືນ​ປະ​ເທດ​ ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ.​

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ​ຢູນ ຊູນ ກູ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ​ຈະສືບຕໍ່ຮັດແໜ້ນການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ​ ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວຍິ່ງໆ​ຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501