ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ນອກແວ

 

FMvisitNorway1

 

 

FMvisitNorway2

 

FMvisitNorway3

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ​ ​ທ່ານ ນາງອີ່ງອີລິກເຊັນ ຊໍເລນ (Ine Eriksen Soreide), ລັດຖະມົນຕີຕ່າງປະເທດແຫ່ງ ຣາຊະອານາຈັກນອກແວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ ພ້ອມ​ດ້ວຍ​ຄະ​ນະ ໄດ້ຢ້ຽມຢາມທາງການ ຣາ​ຊະ​ອາ​ນາ​ຈັກ ນອກ​ແວ, ໃນລະຫວ່າງ​ວັນ​ທີ 27-29 ມິ​ຖຸ​ນາ 2019, ເຊິ່ງ​ການຢ້ຽມຢາມໃນຄັ້ງນີ້ໄດ້ເປັນ​ນິ​ມິດ​ໝາຍ​ອັນ​ສຳ​ຄັນ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ສ​ປ​ປ ລາວ ແລະ ຣາຊະອານາຈັກ ນອກ​ແວ ໃຫ້ສືບຕໍ່ເຂັ້ມ​ແຂງ ແລະ ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ໃນວັນທີ 28 ມິ​ຖຸ​ນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອີ່ງອີລິກເຊັນ   ຊໍເລນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ ພາຍໃຕ້ບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ, ຊຶ່ງໃນການພົບປະຄັ້ງນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈແລະ ຕີລາຄາສູງຕໍ່ການຊ່ວຍເຫຼືຂອງລັດຖະບານ ແລະ ປະຊາຊົນ ນອກແວ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນໃນໂຄງການໄຟຟ້ານ້ຳຕົກ, ຂະແໜງກົດໝາຍ, ການສຶກສາ, ສາທາລະນະສຸກ ຂັ້ນພື້ນຖານ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການພັດທະນາຊັບພະຍາກອນມະນຸດ, ສ້າງຄວາມສາມາດໃຫ້ແກ່ໂຄງການນໍ້າປະປາ ແລະ ການສະໜັບສະໜູນພາກລັດ, ໂດຍສະເພາະແມ່ນການໃຫ້ຄວາມຊ່ວຍເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກຢູ່ ສລາວ ນັບແຕ່ປີ 1996-2018 ລວມມູນຄ່າ ຫຼາຍກວ່າ 30 ​ລ້ານໂດ ລາສະຫະລັດ, ຊຶ່ງມາໃນໄລຍະປີ 2018-2020 ມີມູນຄ່າ 400.000 ໂດລາສະຫະລັດຕໍ່ປີ, ໂດຍໄດ້ສຸມໃສ່ໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຫຼວງພະບາງ ແລະ ຊຽງຂວາງ ລວມທັງການຮ່ວມມືກັນໃນຂອບຂອງສົນທິສັນຍາລະເບີດລູກຫວ່ານ. ນອກນັ້ນ, ນອກແວ ຍັງຈະສືບຕໍ່ໃຫ້ການຊ່ວຍແກ່ໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ລວມທັງການເປັນຄູ່ຮ່ວມມືໃນຂະແໜງການ ອາຊຽນ (ASEANSectoral Dialogue Partner), ຊຶ່ງໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າເພື່ອເປົ້າໝາຍການພັດທະນາແບບຍືນຍົງ, ການພັດທະນາພະລັງງານສະອາດ, ການຄ້າ, ການປ່ຽນແປງດິນຟ້າອາກາດ ແລະ ການປົກປ້ອງສິ່ງແວດລ້ອມ. ໃນຕອນທ້າຍຂອງການພົບປະ, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການ​ພົ້ນ​ເດັ່ນໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດຖະມົນຕີພັດທະນາສາກົນຂອງ ນອກເເວ, ຊຶ່ງສອງຝ່າຍໄດ້ທົບທວນ ແລະ ຕີລາຄາການຊ່ວຍເຫຼືອຂອງ ນອກແວ ຕໍ່ ສປປ ລາວ ໃນຫຼາຍໆຂະແໜງການທັງພາກລັດ ແລະ ເອກະຊົນ ທີ່ໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໄດ້ສະເໜີໃຫ້ຝ່າຍນອກແວສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໂຄງການເກັບກູ້ລະເບີດບໍ່ທັນແຕກໃຫ້ມີປະສິດທິຜົນຕໍ່ໆໄປ. ຈາກນັ້ນ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະກັບ ຄະນະຮັບຜິດຊອບອົງການຊ່ວຍເຫຼືອຂອງປະຊາຊົນ ນອກແວ (Norwegian People’s Aids) ແລະ ພົບປະກັບຄະນະຂອງສະຖາບັນການເງິນຊ່ວຍເຫຼືອຂອງນອກແວ (Norfund) ແລະ ໄດ້ຢ້ຽມຊົມສະຖານທີທ່ອງທ່ຽວວັດທະນະທຳຕ່າງໆ ຂອງປະເທດນອກແວ. ຄຽງຄູ່ກັບການຢ້ຽມຢາມດັ່ງກ່າວ, ສອງຝ່າຍກໍ່ມີການພົບປະປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ນອກແວ ຄັ້ງທີ 2 ໃນລະດັບຫົວໜ້າກົມ ເຊິ່ງໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484463
ມື້ນີ້167
ມື້ວານ273
ອາທິດນີ້901
ເດືອນນີ້3768