ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

2019.7.17-slx-hup-viet

ໃນວັນທີ 17 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ຫງວຽນ ກ໋ວກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 16-17 ກໍລະກົດ 2019, ທີ່ ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ກ໋ວກ ຢຸ້ງ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພັວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍທັງໃນລວງເລິກ ແລະ ລວງກວ້າງ. ນອກຈາກນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕີລາຄາສູງຕໍ່ຜົນ​ສຳ​ເລັດການເຄື່ອນໄຫວ​​ວຽກງານການຕ່າງປະເທດຂອງສະຫາຍຫວຽດນາມ,ພິເສດ ຊົົມເຊີຍຕໍ່ຜົນສຳເລັດຂອງ ສສ ຫວຽດນາມ ທີ່ໄດ້ຮັບການຄັດເລືອກເຂົ້າເປັນສະມາຊິກບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງຂອງ ອົງການສະຫະປະຊາຊາດ ດ້ວຍຄະແນນສຽງທີ່ສູງສຸດ ເປັນຄັ້ງປະຫວັດສາດ, ນັ້ນສະແດງໃຫ້ເຫັນເຖິງອິດທິພົນຖານະບົດບາດ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ.

ໃນຂະນະດຽວກັນ, ສະຫາຍ ຫງວຽນ ກ໋ວກ ຢຸ້ງ ກໍ່ໄດ້ແຈ້ງໃຫ້ຊາບ ຜົນຂອງກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງຂັ້ນຮອງລັດຖະມົນຕີ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຂອງທັງສອງສະຫາຍຮອງລັດຖະມົນຕີກະຊວງການຕ່າງປະເທດລາວ-ຫວຽດນາມ ເພື່ອສຸມໃສ່ແກ້ໄຂບັນດາວຽກທີ່ຍັງຄ້າງຄາ ໃຫ້ມີຄວາມຄືບໜ້າ ແລະສຳເລັດຕາມກຳນົດໄວ້. ພ້ອມດຽວກັນນີ້, ສະຫາຍ ຫງວຽນ ກ໋ວກ ຢຸ້ງ ໄດ້ສະແດງຄວາມຄວາມຂອບໃຈຕໍ່ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງຂອງຫວຽດນາມໃນການປະສານສົບທົບກັບຝ່າຍລາວ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ຮ່ວມລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ ແລະມີບາດກ້າວອັນໃໝ່ໃຫຍ່ກວ່າເກົ່າ.

ໃນຕອນທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ,ອວຍພອນໃຫ້ ສະຫາຍ ຫງວຽນ ກວ໋ກ ຢຸ້ງ ພ້ອມດ້ວຍຄະນະ ປະສົບຜົນສຳເລັດໃນການຢ້ຽມຢາມ ສປປລາວ ໃນຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618