ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ຄົນໃໝ່

 

FMreceiveIndianAmb1 FMreceiveIndianAmb2

 

ໃນວັນທີ 08 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິນກາ ອາດສະທານາ (Dinkar Asthana), ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານ ດິນກາ ອາດສະທານາ ທີ່ໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ອິນເດຍ ປະຈຳ ສປປ ລາວ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ - ສ. ອິນເດຍ ພາຍຫຼັງໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຄົບຮອບ 60 ກວ່າປີ (02 ກຸມພາ 1956-2019), ການນໍາຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນໂອກາດທີ່ສຳຄັນຕ່າງໆ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ໃນໄລຍະຜ່ານມາ, ລັດຖະບານ ແລະ ປະຊາຊົນອິນເດຍ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ເປັນຕົ້ນແມ່ນ ການຊ່ວຍເຫຼືອໃຫ້ເງິນກຸ້ຢືມດອກເບ້ຍຕ່ຳໃນຫຼາຍໂຄງການ, ການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານປ້ອງກັນຊາດ. ດ້ານການຄ້າ-ການລົງທຶນສອງຝ່າຍ ແມ່ນມີທ່ວງທ່າດີຂຶ້ນເລື້ອຍໆ ຊຶ່ງໃນປີ 2016-2017 ມູນຄ່າການຄ້າສອງຝ່າຍມີປະມານ 200 ລ້ານໂດລາສະຫະລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ຂະຫຍາຍການຮ່ວມມືການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການຊຸກຍູ້ບັນດານັກທຸລະກິດ ອິນເດຍ ມາລົງຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໃນຂົງເຂດກະສິກຳປຸງແຕ່ງ, ພະລັງງານ,ການບໍລິການດ້ານການທ່ອງທ່ຽວ, ທຸລະກິດຂະໜາດນ້ອຍ ແລະ ກາງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ບັນດາຂົງເຂດອື່ນໆທີ່ເປັນທ່າແຮງຂອງສອງຝ່າຍ. ໃນຕົ້ນປີ 2019 ນີ້, ສປປ ລາວ ແລະ ສ.ອິນເດຍ ໄດ້ລົງນາມໃນສັນຍາ ວ່າດ້ວຍ ການຂົນສົ່ງທາງອາກາດ,​ ຊຶ່ງໄດ້ເປັນພື້ນຖານໃຫ້ແກ່ການເປີດກວ້າງການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ຫຼາຍຂຶ້ນໃນອະນາຄົດ, ຊຶ່ງໃນປີ 2018 ຜ່ານມາ ໄດ້ມີນັກທ່ອງທ່ຽວຈາກ ອິນເດຍ ຈຳນວນ 4,864 ເທື່ອຄົນ ເຂົ້າມາຢ້ຽມຢາມລາວ. ນອກຈາກນີ້, ສປປ ລາວ ແລະ ສ. ອິນເດຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍ່ຄື ໃນຂອບຂອງເວທີສະຫະປະຊາຊາດ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ໃນໄລຍະທີ່ ທ່ານ ດິນກາ ອາດສະທານາ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຈະເປັນຂົວຕໍ່ອັນສຳຄັນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ອິນເດຍ ມີການຂະຫຍາຍຕົວຍິ່ງໆຂຶ້ນໃນອະນາຄົດ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ, ແລະ ສະແດງຄວາມໝັ້ນໝາຍວ່າ ຈະປະຕິບັດສຸດຄວາມສາມາດຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບ​ມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ.

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485630
ມື້ນີ້135
ມື້ວານ196
ອາທິດນີ້666
ເດືອນນີ້4935