ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂອ້ລົມຜ່ານໂທລະສັບກັບ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ

20201021FMlaWithJpWeb

 

ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 05 ປີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ນີ້.

ອ່ານເພີ່ມເຕີມ... 

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

 

LaoChinese1

LaoChinese2

LaoChinese3

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ຕຸລາ 2020.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ່ 75

 

20201013-nam

 

ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ່ 75,ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້ເຂົ້າ​ຮ່ວມ ແລະ ກ່າວ​ບົດ​ປາ​ໄສ​ຕໍ່​ກອງ​ປະ​ຊຸມທາງ​ໄກປະ​ຈຳ​ປີ​ລະ​ດັບ​ລັດ​ຖະ​ມົນ​ຕີຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (The Online Ministerial Meeting of the Non-Aligned Movement on the margins of the High-level General Debate of the 75th Session of the United Nations General Assembly) ພາຍ​ໃຕ້​ຫົວ​ຂໍ້ “ບັນ​ດຸງ +65 ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ທີ່​ມີ​ຄຸນ​ຄ່າ, ມີ​ຄວາມ​ເປັນ​ເອ​ກະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຍິ່ງ​ຂື້ນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສາ​ກົນ​ທີ່​ເກີດ​ຂື້ນ​ລວມ​ທັງ​ພະ​ຍາດ COVID-19 (Bandung+65: More relevant, United and Effective NAM against Emerging Global Challenges, including COVID-19” ​​ເຊິ່ງຈັດ​ຂື້ນ​ໃນ​ວັນ​ທີ 09 ຕຸ​ລາ 2020, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ປະ​ເທດ​ອາ​ແຊັກ​ໄບ​ຊານ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487775
ມື້ນີ້21
ມື້ວານ194
ອາທິດນີ້137
ເດືອນນີ້1168