ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດສະໂມສອນນັກການທູດລາວ ແລະ ເປີດຕົວປຶ້ມ “ແນວຄວາມຄິດຊີ້ນຳຕໍ່ວຽກງານການຕ່າງປະເທດ ຂອງປະທານ ຄຳໄຕ ສີພັນດອນ”

 

20201009-IFA-1

20201009-IFA-2

20201009-IFA-3

ພິທີເປີດສະໂມສອນນັກການທູດລາວ

 

 

20201009-IFA-4

ປຶ້ມ ແນວຄວາມຄິດຊີ້ນຳຕໍ່ວຽກງານການຕ່າງປະເທດ ຂອງປະທານ ຄຳໄຕ ສີພັນດອນ

 

ໃນວັນທີ 9 ຕຸລາ 2020, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດສະໂມສອນນັກການທູດລາວ, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດພິທີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະນຳກະຊວງການຕ່າງປະເທດ, ອະດີດຄະນະນຳກະຊວງການຕ່າງປະເທດ, ຄະນະກົມ, ບັນດາທ່ານທູດອາວຸໂສບຳນານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມປະມານ 70 ທ່ານ.

ຈຸດປະສົງຂອງການສ້າງຕັ້ງສະໂມສອນນັກການທູດລາວ ກໍ່ເພື່ອເຕົ້າໂຮມບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ເພື່ອເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ, ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງໄວວາ. ນອກຈາກນີ້ ຍັງເພື່ອເປັນຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໄດ້ນຳໄປໜູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ. ພ້ອມນັ້ນ, ສະໂມສອນນັກການທູດລາວ ຍັງຈະເປັນເວທີໃນການສ້າງກິດຈະກຳຕ່າງໆ ເພື່ອສົ່ງເສີມຄວາມຮັກແພງສາມັກຄີ, ແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ນັກການທູດອາວຸໂສບຳນານ ແລະ ນັກການທູດຮຸ້ນໜຸ່ມນ້ອຍ ກໍ່ຄື ພະນັກງານກະຊວງການຕ່າງປະເທດ.

ໃນຄັ້ງນີ້ ຍັງເປັນຂີດຫມາຍອັນສຳຄັນທາງດ້ານປະຫວັດ ສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການຕ່າງປະເທດ ຂອງ ສປປ ລາວ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານກິຕິມະສັກ, ນອກນັ້ນ ຍັງມີບັນດາທ່ານທູດອາວຸໂສບຳນານເປັນປະທານ ແລະ ຮອງປະທານບໍລິຫານງານ ຂອງ ສະໂມສອນດ່ັງກ່າວ. ການເປີດສະໂມສອນນັກການທູດລາວຄວາມພະຍາຍາມ ແລະ ຈຸດປະສົງເປົ້າຫມາຍ ຂອງ ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ອະດີດການນຳຂອງກະຊວງການຕ່າງປະເທດ ພ້ອມດ້ວຍບັນດາທ່ານນັກການທູດອາວຸໂສບໍານານ. ນອກຈາກນີ້, ຍັງເປັນການສ້າງກິດຈະກຳ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂື້ນໃນຕົ້ນປີໜ້ານີ້, ຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະຈັດຂື້ນໃນມໍ່ໆນີ້ ແລະ ສະເຫລີມສະຫລອງວັນການ ທູດລາວຄົບຮອບ 75 ປີ ໃນວັນທີ 12 ຕຸລາ 2020.

ນອກຈາກນີ້, ສະຖາບັນການຕ່າງປະເທດ ຍັງໄດ້ເປີດຕົວປຶ້ມ ແນວຄວາມຄິດຊີ້ນຳຕໍ່ວຽກງານການຕ່າງປະເທດ ຂອງປະທານ ຄຳໄຕ ສີພັນດອນ, ການຂຽນປື້ມດັ່ງກ່າວ ແມ່ນການລະນຶກເຖິງຄຸນ ງາມຄວາມດີ ແລະ ການສຶກສາຮຽນຮູ້ກ່ຽວກັບວິລະກຳອັນປະເສີດບັນດາບົດຮຽນ, ພຶດຕິກຳຕົວຈິງ ແລະ ການນຳພາຊີ້ນຳ ຂອງ ທ່ານ ປະທານ ຄຳໄຕ ສີພັນດອນ ໂດຍສະເພາະດ້ານວຽກງານການຕ່າງ ປະເທດ ເພື່ອແນໃສ່ໃຫ້ນັກການທູດລາວ ແລະ ຄົນຮຸ້ນຫຼັງໄດ້ນຳມາໜູນໃຊ້ໃຫ້ສອດຄ່ອງກັບຍຸກສະ   ໄໝໃໝ່ ຂອງ ພາກພື້ນ ແລະ ຂອງໂລກປັດຈຸບັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485745
ມື້ນີ້44
ມື້ວານ206
ອາທິດນີ້781
ເດືອນນີ້5050