ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10

 

ASEAN-ROK11

ASEAN-ROK33

ASEAN-ROK22

 

ໃນຕອນບ່າຍຂອງວັນທີ 28 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ນາງ Kang Kyung-wha, ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ ແລະ ໄດ້ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນໝາກຜົນການຮ່ວມມືແມ່ນໍ້າຂອງ-ສ.​ເກົາຫລີ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫລງການແມ່ນໍ້າຂອງ-ແມ່ນໍ້າຮານ ທີ່ຖືກຮັບຮອງໃນກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງປະຖົມມະເລິກ ທີ່ ປູຊານ, ສ.ເກົາຫລີ ໃນທ້າຍປີ 2019 ຜ່ານມາ ແລະ ແຜນປະຕິບັດງານ 3 ປີ (2017-2020) ຂອງຂອບການຮ່ວມມືແມ່ນໍ້າຂອງ-ສ.​ເກົາຫລີ, ເຊິ່ງກອງປະຊຸມຕີລາຄາວ່າ ຂອບການຮ່ວມມືດັ່ງກ່າວ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງໄວວາ ພາຍໃຕ້ 3 ເສົ້າຄໍ້າຂອງການຮ່ວມມື ແລະ 7 ຂົງເຂດບູລິມະສິດ (ວັດທະນະທໍາ ແລະ ການທ່ອງທ່ຽວ;​ ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ; ແລະ ສິ່ງທ້າທາຍແບບໃໝ່) ລວມທັງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຈາກກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ເຊິ່ງຜ່ານມາ ສປປ ລາວ ໄດ້ຮັບຈຳນວນ 3 ໂຄງການ ມູນຄ່າ 1.2 ລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ກອງປະຊຸມກໍໄດ້ຊົມເຊີຍໝາກຜົນຂອງເວທີປຶກສາຫາລືພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີ ທີ່ໄດ້ຈັດຂຶ້ນໃນທຸກໆປີ ເຊິ່ງເປັນເວທີປຶກສາຫາລື ໃນການເພີ່ມທະວີຮັດແໜ້ນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນພາກພື້ນແມ່ນໍ້າຂອງ-ສ.ເກົາຫລີ ແນໃສ່ສົ່ງເສີ່ມການຄ້າ-ການລົງທຶນ ລະຫວ່າງ ປະເທດແມ່ນໍ້າຂອງ ກັບ ສ.ເກົາຫລີ ກໍຄືກາລະໂອກາດຂອງການເຂົ້າເຖິງຕະຫລາດ ສ.ເກົາຫລີ.​

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ຫຼາຍບັນຫາ ເປັນຕົ້ນແມ່ນການຮ່ວມມືເພື່ອພັດທະນາ ແລະ ຟື້ນຟູເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ-ສ.​ເກົາຫລີ ພາຍຫລັງທີ່ໄດ້ຮັບຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19; ການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃນຂະແໜງການສາທາລະນະສຸກ; ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ແລະ ສຸມໃສ່ການພັດທະນາແບບຍືນຍົງ ແລະ ສີຂຽວ ບົນພື້ນຖານເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.​ ພ້ອມກັນນີ້, ກໍໄດ້ປຶກສາຫາລືກ່ຽວກັບການກະກຽມດ້ານເນື້້ອໃນ ແລະ ພາລາທິການ ໃຫ້ແກ່ກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ທີ່ຈະຈັດຂຶ້ນໃນທ້າຍປີ 2020 ທີ່ຈະມາເຖິງນີ້. ໃນໂອກາດດຽວກັນນີ້,​ ສ.ເກົາຫລີ ກໍ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນໂຄງການທີ່ປະເທດສະມາຊິກສະເໜີນຳໃຊ້ຈາກກອງທຶນແມ່ນໍ້າຂອງ-ສ.ເກົາຫລີ (ງວດທີ 4 ປີ 2020) ຈຳນວນທັງໝົດ 6 ໂຄງການ, ເຊິ່ງປະກອບມີໂຄງການຂອງ ສປປ ລາວ 1 ໂຄງການ.

ໃນຕອນທ້າຍ, ກອງປະຊຸມ ກໍໄດ້ຮັບຮອງເອົາ 2 ເອກະສານຄື: ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10 ແລະ ແຜນປະຕິບັດງານ 5 ປີ ສະບັບໃໝ່ (2021-2025) ເພື່ອເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍການຮ່ວມມື ຕາມລະດັບຄາດໝາຍ.​

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480266
ມື້ນີ້96
ມື້ວານ157
ອາທິດນີ້664
ເດືອນນີ້6497