ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບ ການລຶບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

20200926JSK5

 

20200926JSK2

 

20200926JSK3

 

ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບ ການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ (ຫຼື ຂອບ​ການ​ຮ່ວມ​ມື​ ລະ​ຫວ່າງ​ ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​), ໃນຫົວຂໍ້: ການ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ: ​ສົ່ງ​ເສີມ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ ໂດຍ​ຜ່ານ​ການ​ຮ່ວມ​ມື​ໃນ​ຂອບ​ໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”,​ຈຸດປະສົງຕົ້ນ​ຕໍ​ແມ່ນເພື່ອຮ່ວມ​ກັນປຶກສາຫາລື​ ບາງ​ບັນຫາສໍາຄັນ ​ຄື: 1) ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ; 2) ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອບັນລຸການຫຼຸດຜ່ອນຄວາມທຸກຍາກ ແລະ ເປົ້າໝາຍການພັດທະນາອື່ນໆ. ກອງ​ປະ​ຊຸ​ມ​ທາງ​ໄກ​ຜ່ານ​ວີ​ດີ​ໂອ​ຄັ້ງ​ນີ້ ​ຈັດໂດຍ ສ​ປ ຈີນ, ພາຍ​ໃຕ້ການ​ເປັນ​ປະ​ທານ​ຂອງ​ ທ່ານ ຫວັງ ອີ່, ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ແຫ່ງ ສ​ປ ຈີນ, ມີຜູ້​ແທນ​ຂັ້ນ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດຈາກປະ​ເທດ​ສະ​ມາ​ຊິກຫຼາຍກວ່າ 10 ປະ​ເທດ, ຮອງເລຂາທິການໃຫ່ຍອົງການ ສປຊ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ-ສັງ​ຄົ​ມ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນອື່ນໆເຂົ້າ​ຮ່ວມ.

 

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ ສະເຫຼິມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ຊຶ່ງເປັນ​​ໜຶ່ງໃນບູ​ລິມ​ະ​ສິດຕົ້ນຕໍ​ຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການ​ພັດ​ທະ​ນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມື ລະຫວ່າງ ບັນດາປະເທດກຳລັງພັດທະນາ ອັນໄດ້ເປັນ​ການປະກອບສ່ວນສຳຄັນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງ​ຄະ​ນະ​ຍາດ​ສາ​ກົນ ບົນພື້ນ​ຖານຫຼັກ​ການ ການ​ຮ່ວມ​ມື​ແບບຫຼາຍ​ຝ່າຍ​ ພາຍ​ໃຕ້​ກົດ​ບັດຂອງ​ອົງ​ການສະ​ຫ​ະ​ປະ​ຊາ​ຊາດ ກ​ໍ​ຄື ຫຼັກ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີ, ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ບໍ່​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກັນ ແລະ ກັນ​ ແລະ ການ​ຮ່ວມ​ມື​ທີ່ຕ່າງງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ບັນ​ດາຜົນ​ສຳ​ເລັດຕ່າງໆ​​ທີ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ຍາດ​ມາ​ໄດ້​ໃນ​ໄລ​ຍະຜ່ານ​ມາ ສະ​ແດງ​ໃຫ້​ເຫັນເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ໃນ​ຂອບ​ໃຕ້-ໃຕ້, ແຕ່​ກໍ​ບໍ່ໄດ້​ໝາຍ​ຄວາມ​ວ່າ​ເພື່ອ​ປ່ຽນ​ແທນ​ຂອບການ​ຮ່ວມ​ມືເໜືອ-ໃຕ້. ພ້ອມ​ດຽວ​ກັນນີ້, ທ່ານລັດ​ຖະ​ມົນ​ຕີ ​ຍັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ທີ່​ເປັນ​ແກນກາງ ຂອງ​ການ​ຮ່ວມ​ມື​ໃຕ້-ໃຕ້ ແລະ ການ​ຮ່ວມ​ມືແບບ​ສາມແຈ ຊຶ່ງ​ເປັນ​ທ່າ​ແຮງໜຶ່ງທີ່​ສະ​ໜັບ​ສະ​ໜູນ ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ໂດຍ​ຜ່ານ​ການ​ຖ່າຍ​ທອດແລກ​ປ່ຽນ​ຄວາມ​ຮູ້, ປະ​ສົບ​ການ ແລະ ການ​ຮ່ວມ​ມື​ລະ​ຫວ່າງປະ​ເທດ​ກຳ​ລັງ​ພັດ​ທະ​ນາດ້ວຍ​ກັນ. ສຳ​ລັບ ສປປ ລາວ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການລົບ​ລ້າງຄວາມທູກຍາກ ແລະ ວາງ​ຄາດ​ໝາຍສູ້​ຊົນ​ເພື່ອນຳ​ພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນ​ອະ​ນາ​ຄົດ​, ທ່ານ​ລັດ​ຖະ​ມົນ​ຕີ ຍັງ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ​ສຳ​ເລັດ ແລະບົດບາດຂອງ ສປ ຈີນ ໃນການຮ່ວມມື ແລະສະໜັບສະໜູນຊ່ວຍເຫຼືອປະເທດຕ່າງໆ ໂດຍສະເພາະພາຍ​ໃຕ້​ຂໍ້​ລິ​ເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ”, ຜົນສຳ​ເລັດຂອງ ສ​ປ ຈີນ ໃນ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສ່ວນຫຼາຍ​ຂອງ​ປະ​ເທດ​ ໄດ້​ພຽງ​ໄລ​ຍະ​ເວ​ລາອັນ​ສັ້ນນັ້ນ ລ້ວນ​ແຕ່ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ວົງ​ຄະ​ນະ​ຍາດສາ​ກົນ ແລະໄດ້ກາຍ​ເປັນບົດ​ຮຽນອັນ​ລ້ຳ​ຄ່າ​ໃຫ້​ແກ່​ປະ​ເທດ​ຕ່າງໆໃນ​ທົ່ວ​ໂລກ. ​ດັ່ງ​ນັ້ນ, ສ​ປ​ປ ລາວ ຈຶ່ງ​ຖື​ສຳ​ຄັນ​ຢ່າງ​ຍິ່ງໃນ​ການສົ່ງ​ເສີມ​ການ​ເປັນ​ຄູ່ຮ່ວມພັດ​ທະ​ນາ​ໃນ​ຂົງ​ເຂດ​ຕ່າງໆກັບ​ ສ​ປ ຈີນ ແລະ ປະ​ເທດ​ຕ່າງໆໃນ​ພາກ​ພື້ນ ເພື່ອ​ບັນ​ລຸ​ຍຸດ​ທະ​ສາດຂອງ​ລັດ​ຖະ​ບານ​ ເພື່ອປ່ຽນ​​ສະ​ຖາ​ນະ​ພາບ​ເປັນ​ປະ​ເທດທີ່ບໍ່​ມີ​ຊາຍ​ແດນ​ຕິດ​ຈອດ​ທະ​ເລ​ໃຫ້​ກາຍ​ເປັນ​ສູນ​ກາງ​ຂອງ​ການ​ເຊື່ອມ​ຈອດພາກ​ພື້ນ ດ້ວຍ​ການຍົກລະດັບພື້ນ​ຖານ​ໂຄງ​ລ່າງດ້ານ​ການ​ຂົນ​ສົ່ງພາຍ​ໃນ​ປະ​ເທດ, ໂດຍສະເພາະໂຄງ​ການ​ທາງລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ, ຊຶ່ງຄາດ​ວ່າ​ຈະ​ສຳ​ເລັດ​ສົມ​ບູນ​ໃນ​ປີ 2021.

 

ຕໍ່​ກັບ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19, ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດຕ່າງໆ​ພ້ອມ​ກັນ​ຍົກ​ສູງ​ບົດ​ບາດ​ການ​ຮ່ວມ​ມື​ແບບຫຼາຍ​ຝ່າຍ ແລະສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນ​ຫາ​ ແລະສິ່ງ​ທ້າ​ທາຍຮ້າຍ​ແຮງນີ້​ຢ່າງ​ຮີບ​ດ່ວນ, ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​​ຄວາມ​ພະ​ຍາ​ຍາມ​ໃນການ​ບັນ​ລຸ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ທຸກ​ຍາກ ແລະ ວາ​ລະ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ສາ​ກົນ. ໃນ​ໂອ​ກາດນີ້, ສ​ປ​ປ ລາວ ໄດ້​ສະ​ແດງ​ຄວາມ​ຍິນ​ດີສະ​ໜັບ​ສະ​ໜູນຕໍ່​ຂໍ້​​ສະ​ເໜີຂອງ ສ​ປ​ ຈີນ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຕ່າງໆຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ໃນຫຼາຍ​ຂົງ​ເຂດ, ລວ​ມ​ທັງການ​ຮັບ​ມື​​ພະ​ຍາດ COVID-19 ໃນ​ປັດ​ຈະ​ບັນ ແລະ ການ​ຟື້ນ​ຟູໃນ​ອະ​ນາ​ຄົດ, ການ​ປະ​ກອບ​ສ່ວນ​ງົບ​ປະ​ມານ​ເຂົ້າ​ໃນ​ກອງ​ທຶນ​ຂອບ​ການ​ຮ່ວມ​ມື​ໃຕ້-ໃຕ້ ແລະ ຂອບ​ອື່ນໆ ຊຶ່ງ​ ທ່ານ ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ໄດ້​ປະ​ກາດໃນ​ໂອ​ກາດ​ກ່າວ​ຄຳ​ເປັນ ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ທີ 75 ໃນ​ຕົ້ນ​ອາ​ທິດ​ຜ່ານ​ມາ.

 

ການ​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ນີ້​ຂອງ ສ​ປ​ປ ລາວ​ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ຫ້າວ​ຫັນ​ຂອງ ສ​ປ​ປ ລາວ​ ເຂົ້າ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ບັນ​ຫາ​ສຳ​ຄັນ​ຂອງ​ສາ​ກົນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484639
ມື້ນີ້155
ມື້ວານ188
ອາທິດນີ້1077
ເດືອນນີ້3944