ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດ ອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ ວ່າດ້ວຍບັນຫາ ໂຄວິດ-19

2020930-asean-Eng1

2020930-asean-Eng2

2020930-asean-Eng3

ໃນຕອນບ່າຍຂອງ​ ວັນ​ທີ 30 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ ວ່າດ້ວຍບັນຫາ ໂຄວິດ-19 (ASEAN Foreign Ministers’ Troika Open-Ended Meeting with the UnitedKingdom Foreign Secretary on Covid-19)ພາຍໃຕ້ການເປັນປະທານຂອງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສສ. ຫວຽດນາມ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ.

    ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດ ສະມາຊິກອາຊຽນ ແລະ ອັງກິດ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂ ບັນຫາການແຜ່ລະບາດຂອງຂອງພະຍາດໂຄວິດ-19. ພ້ອມນີ້, ບັນດາ ທ່ານ ລັດຖະມົນຕີ ຍັງໄດ້ແລກປ່ຽນວິໄສທັດ ກໍ່ຄືບົດຮຽນທີ່ດີໃນການຕອບໂຕ້ ແລະ ຮັບມືກັບພະຍາດລະບາດດັ່ງກ່າວ ລວມທັງມາດຕະການແກ້ໄຂຜົນກະທົບທາງດ້ານເສດຖະກິດ; ພິເສດ, ໄດ້ຢືນຢັນຈະສືບຕໍ່ ຮ່ວມມືກັນເພື່ອໃຫ້ສາມາດຜ່ານຜ່າວິກິດການດັ່ງກ່າວໃນເວລາອັນໄວ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ແຈ້ງສະພາບການຫລ້າສຸດ ກ່ຽວກັບ ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ, ເຊິ່ງໂດຍພື້ນຖານແມ່ນສາມາດຄວບຄຸມໄດ້ ແລະ ປະສົບຜົນສໍາເລັດອັນຈົບງາມ, ແຕ່ຍັງໄດ້ສືບຕໍ່ມາດຕະການ ໃນການປ້ອງກັນ ແລະ ເຝົ້າລະວັງ ເພື່ອປ້ອງກັນຄວາມສ່ຽງ ທີ່ຈະເກີດການແຜ່ລະບາດ ຮອບສອງ ເຊັ່ນ: ການຮັກສາໄລຍະຫ່າງ ແລະ ການສືບຕໍ່ປິດບັນດາດ່ານເຂົ້າ-ອອກທັງໝົດ ຍົກເວັ້ນກໍລະນີສຸກເສີນ.

ສໍາລັບທິດທາງໃນຕໍ່ໜ້າ ການຮ່ວມມື ອາຊຽນ-ອັງກິດ ໃນການ ຮັບມື ແລະ ແກ້ໄຂ ພະຍາດໂຄວິດ-19, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ ກອງປະຊຸມ ພິຈາລະນາ: 1. ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືກັນໃນ ການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ຢາປົວພະຍາດ ກໍຄື ຢາວັກແຊັງ ດັ່ງກ່າວ ຢ່າງເທົ່າທຽມກັນ ແລະ ໃນລາຄາທີ່ເໝາະສົມ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; 2. ການຟື້ນຟູເສດຖະກິດ ຫຼັງໂຄວິດ-19 ໂດຍສະເພາະ ການສົ່ງເສີມທາງດ້ານການຄ້າ ແລະ ການລົງທືນ ລະຫວ່າງ ອາຊຽນ ແລະ ອັງກິດ ໂດຍແນະນໍາໃຫ້ ລັດຖະມົນຕີເສດຖະກິດ ເລີ່ມປຶກສາຫາລື ຊອກຊ່ອງທາງ ໃນການສ້າງ ເຂດການຄ້າເສລີ ອາຊຽນ-ອັງກິດ; 3. ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດ ຜ່ານທາງເອເລັກໂຕຼນິກ ຮ່ວມກັນໄດ້; ແລະ 4. ສືບຕໍ່ຮ່ວມມື ດ້ານການສຶກສາ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໂດຍສະເພາະ ການສະໜອງທຶນສຶກສາ ແລະ ການແລກປ່ຽນດ້ານສີລະປະ-ວັດທະນະທໍາ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490340
ມື້ນີ້106
ມື້ວານ261
ອາທິດນີ້1539
ເດືອນນີ້3733