ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂອ້ລົມຜ່ານໂທລະສັບກັບ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ

20201021FMlaWithJpWeb

 

ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 05 ປີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ນີ້.

 

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ອີກໜຶ່ງສະໄໝ ໃນກາງເດືອນກັນຍາ 2020 ຜ່ານມາ ແລະ ຢືນຢັນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈ ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆ ຕະຫຼອດໄລຍະເວລາທີ່ຜ່ານມາ. ພິເສດແມ່ນການຊ່ວຍເຫຼືອທາງດ້ານອຸປະກອນການແພດ ແລະ ຢາ ໃຫ້ແກ່ຝ່າຍລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນຂະນະດຽວກັນ, ຍີ່ປຸ່ນ ເຫັນດີຈະພິຈາລະນາຊ່ວຍເຫຼືອວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັດທະນາສໍາເລັດແລ້ວ. ນອກຈາກນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2020 ຜ່ານມາ ແລະ ໄດ້ຢືນຢັນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນຂອງສອງປະເທດ. ການໂອ້ລົມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ເປັນກັນເອງ, ສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ກໍຄືການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 05 ປີ ໃນປີ 2020 ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485356
ມື້ນີ້57
ມື້ວານ227
ອາທິດນີ້392
ເດືອນນີ້4661