ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ່ 75

 

20201013-nam

 

ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ່ 75,ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້ເຂົ້າ​ຮ່ວມ ແລະ ກ່າວ​ບົດ​ປາ​ໄສ​ຕໍ່​ກອງ​ປະ​ຊຸມທາງ​ໄກປະ​ຈຳ​ປີ​ລະ​ດັບ​ລັດ​ຖະ​ມົນ​ຕີຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (The Online Ministerial Meeting of the Non-Aligned Movement on the margins of the High-level General Debate of the 75th Session of the United Nations General Assembly) ພາຍ​ໃຕ້​ຫົວ​ຂໍ້ “ບັນ​ດຸງ +65 ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ທີ່​ມີ​ຄຸນ​ຄ່າ, ມີ​ຄວາມ​ເປັນ​ເອ​ກະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຍິ່ງ​ຂື້ນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສາ​ກົນ​ທີ່​ເກີດ​ຂື້ນ​ລວມ​ທັງ​ພະ​ຍາດ COVID-19 (Bandung+65: More relevant, United and Effective NAM against Emerging Global Challenges, including COVID-19” ​​ເຊິ່ງຈັດ​ຂື້ນ​ໃນ​ວັນ​ທີ 09 ຕຸ​ລາ 2020, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ປະ​ເທດ​ອາ​ແຊັກ​ໄບ​ຊານ.

ກອງ​ປະ​ຊຸມ​ໄດ້​ຈັດ​ຂື້ນເພື່ອ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສິງ​ທ້າ​ທາຍ​ຕ່າງໆ​ທີ່​ເກີດ​ຂື້ນ​ໃນ​ພາກ​ພື້ນ ແລະ ສາ​ກົນ. ​ໃນ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຄະ​ນະ​ຜູ້​ແທນ​ແມ່ນ​ໄດ້​ຢ້ຳ​ຄືນ​ບັນ​ດາ​ຄວາ​ມໝາຍ​ໝັ້ນ ແລະ ຫຼັກ​ການ​ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ ແລະ ສົ່ງ​ເສີມ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເພື່ອ​ຮ່ວມ​ມື​ກັນ​ແກ້​ໄຂ​ບັນ​ຫາ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ທາງ​ດ້ານ​ການ​ເມືອງ​ລະ​ດັບ​ລັດ​ຖະ​ມົນ​ຕີ​ວ່າ​ດ້ວຍ​ຫຼັກ​ການ​ບັນ​ດຸງ​ຄົບ​ຮອບ 65 ປີ ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ທີ່​ມີ​ຄຸນ​ຄ່າ, ມີ​ຄວາມ​ເປັນ​ເອ​ກະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຍິ່ງ​ຂື້ນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສາ​ກົນ​ທີ່​ເກີດ​ຂື້ນ​ລວມ​ທັງການ​ແຜ່​ລະ​ບາດ​ພະ​ຍາດ COVID-19.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ບົດ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ໂດຍ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຍຶດ​ຖື​ຫຼັກ​ການ​ບັນ​ດຸງ​ທີ່​ເປັນ​ຫຼັກ​ການ​ຕົ້​ນ​ກຳ​ເນີດ​ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມຄື: ​ເພື່ອສັນ​ຕິ​ພາບ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຄວາມ​ສະ​ເໜີ​ພາບ ແລະ ການ​ບໍ່​ແຊກ​ແຊງ​ເຂົ້າ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກັນ ແລະ ກັນ ພ້ອມ​ທັງ ຊົມ​ເຊີຍ​ 65 ​ປີ​ຂອງ​ຫຼັກ​ການ​ດັ່ງ​ກ່າວ. ພ້ອມ​ດຽວ​ກັນ​ນັ້​ນ, ໄດ້​ກ່າວ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ໃຫ້​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຂື້ນ​ໃນ​ຍຸກ​ປັດ​ຈຸ​ບັນ ​ທາມ​ກາງ​ການ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ. ນອກ​ນັ້ນ, ໄດ້​ຕີ​​ລາ​ຄາຜົນ​ກະ​ທົບ​ຂອງ​ພະ​ຍາດ​ລະ​ບາດ COVID-19, ແລະ ເນັ້ນ​ໜັກ​​ໃສ່​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ຂອງ​ສາ​ກົນ​ໃນ​ການ​ຮ່ວມ​ມື​ຕໍ່​ສູ້​ກັບ​ພະ​ຍາດດັ່ງ​ກ່າ​ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (Non-Aligned Movement – NAM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນໃນ​ປີ 1961 ​ໂດຍ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ບໍ່​ຕ້ອງ​ການ​ຮ່ວມ​ກຸ່ມ ຫຼື ເປັນ​ປໍ​ລະ​ປັກ​ກັບ​ຝ່າຍ​ໃດ​ໃນ​ໄລ​ຍະ​ສົງ​ຄາມ​ເຢັນ, ຈຸດ​ປະ​ສົງ​ຫຼັກ​ຂອງ NAM ແມ່ນ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ສະ​ຖ​ຽນ​ລະ​ພາບ, ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ສະ​ມາ​ຊິກ ໂດຍ​ການ​ຮ່ວມ​ມື​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ບັນ​ດຸງ (Bandung Principle) ທີ່​ສົ່ງ​ເສີມ​ການ​ຮ່ວມ​ມື ແລະ ສັນ​ຕິ​ພາບ​ຂອງ​ໂລກ ເຊິ່ງ​ປັດ​ຈຸ​ບັນ​ມີ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ 120 ປະ​ເທດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480302
ມື້ນີ້132
ມື້ວານ157
ອາທິດນີ້700
ເດືອນນີ້6533