ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ທ່ານ ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ກຳປູເຈຍ ທີ່ປັກກິ່ງ

 

20231019 PSDLao PMCAM Beijing 011

 

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ, ໃນຕອນເຊົ້າຂອງວັນທີ 19 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ສົມເດັດ ໂມຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ເຊິ່ງ ທ່ານ ປະທານປະເທດ ໄດ້ສະແດງຄວາມປິຕິຍິນດີໄດ້ພົບປະກັບສົມເດັດ ຮຸນ ມາແນດ ພາຍຫຼັງທີ່ ໄດ້ຮັບຕຳແໜ່ງ ນາຍົກລັດຖະມົນຕີ ກຳປູເຈຍ.

ອ່ານເພີ່ມເຕີມ... 

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ພົບປະກັບ ປະທານປະເທດ ຫວຽດນາມ ທີ່ປັກກິ່ງ

 

20231019 PSD LaoViet Beijing 011

 

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ, ໃນຕອນເຊົ້າຂອງວັນທີ 19 ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ຫວໍ ວັນເທືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັນອີກຄັ້ງໜຶ່ງໃນເທື່ອນີ້ ພາຍຫຼັງທີ່ໄດ້ພົບກັນໃນ ຕົ້ນເດືອນ ກັນຍາ 2023 ຜ່ານມາ ໃນໂອກາດເຂົ້າຮ່ວກອງປະຊຸມຜູ້ນຳ 3 ພັກ ຢູ່ ຮ່າໂນ້ຍ. ພ້ອມກັນນີ້ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ສະຫາຍ ນາຍົກລັດຖະມົນຕີ, ສະຫາຍ ປະທານສະພາແຫ່ງຊາດ ແລະ ບັນດາສະຫາຍການນຳພັກ-ລັດ ຫວຽດນາມ.

ອ່ານເພີ່ມເຕີມ... 

ກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3

 

3BRI 2

3BRIslide

3BRI 1

3BRI 3

 

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3, ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ ໃນວັນທີ 17-18 ຕຸລາ 2023, ພາຍໃຕ້ຫົວຂໍ້: “ການຮ່ວມມື ທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ (High-Quality Belt and Road Cooperation: Together for common Development and Prosperity)”, ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນໂອກາດຄົບຮອບ 10 ປີ (2013-2023) ຂອງຂໍ້ລິເລີ່ມດັ່ງກ່າວນີ້ ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຫຼາຍກວ່າ 150 ປະເທດ ແລະ 30 ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

 

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457981
ມື້ນີ້38
ມື້ວານ203
ອາທິດນີ້1034
ເດືອນນີ້1986