ໃນວັນທີ 2 ກຸມພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບ ເອີຣົບ (ອາຊຽນ-ອີຢູ) ຄັ້ງທີ 24 ປີ ທີ່ ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງຟີລິບປິນ ແລະ ອີຢູ.
ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອີຢູ ຕະຫຼອດໄລຍະ 47 ທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ. ນອກຈາກນັ້ນ, ບັນດາລັດຖະມົນຕີ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ພາຍໃຕ້ແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດ ອາຊຽນ-ອີຢູ (2022-2027), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ກວມເອົາທັງສາມເສົາຄໍ້າ ປະຊາຄົມອາຊຽນ ໂດຍສະເພາະ ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ຕ່ອງໂສ້ການສະໜອງ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງ ອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງ ອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທີ່ຍືນຍົງ ຜ່ານຍຸດທະສາດ Global Gateway ແລະ ຂໍ້ລິເລີ່ມ Team Europe ຂອງອີຢູ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 24 ເພື່ອເປັນທິດທາງໃຫ້ແກ່ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດໃນພາກພື້ນອາຊີ-ປາຊີຟິກ ຈໍານວນໜຶ່ງ.