ໃນຕອນເຊົ້າຂອງວັນທີ 15 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ.
ໃນວັນທີ 4 ກຸມພາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນວົງເເຄບ ໂດຍການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ "ອາຊຽນ ມີຄວາມສຳຄັນ: ເປັນສູນກາງແຫ່ງການພັດທະນາ (ASEAN Matters: Epicentrum of Growth)". ກອງປະຊຸມ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ສະພາບການໃນ ມຽນມາ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ, ຊຶ່ງກອງປະຊຸມ ໄດ້ເຫັນດີຍຶດໝັ້ນໃນຫຼັກການຄວາມເປັນແກນກາງຂອງອາຊຽນໃນການພົວພັນກັບພາຍນອກ ໃນທ່າມກາງສະພາບການຂອງໂລກມີການປ່ຽນແປງ. ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ປຶກສາຫາລືໃນການກະກຽມຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ ກັບບາງຄູ່ເຈລະຈາອາຊຽນ ເຊັ່ນ: ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024, ແລະ ການຈັດກອງປະຊຸມສຸດຍອດ ອາຊຽນ-ສະພາການຮ່ວມມືອ່າວ (ASEAN-Gulf Cooperation Council) ໃນປີ 2023 ນີ້. ໃນໂອກາດນີ້, ກອງປະຊຸມ ໄດ້ເເລກປ່ຽນຄວາມຄິດຄວາມເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ.
------------------------------------
ໃນວັນທີ 3 ກຸມພາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນຄັ້ງທີ 32 ໂດຍການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການພັດທະນາ (ASEAN Matters: Epicentrum of Growth), ແລະ ມີລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຂອງຕີມໍເເລັດເຕ ເຂົ້າຮ່ວມໃນນາມປະເທດສັງເກດການ.