ໃນຕອນເຊົ້າຂອງວັນທີ 02 ກຸມພາ 2024, ທີ່ ບຣຸກແຊນ, ແບນຊິກ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ອີຢູ ອິນໂດ-ປາຊີຟິກ ຄັ້ງທີ 3 ແລະ ໄດ້ກ່າວຄໍາເຫັນໃນພິທີເປີດ ໃນນາມປະທານອາຊຽນ ໂດຍ ທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວິໄສທັດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ (AOIP) ທີ່ເປັນແນວທາງໃຫ້ອາຊຽນໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ໃນພາກພື້ນອາຊີ-ປາຊີຟິກ ແລະ ມະຫາສະໝຸດອິນເດຍ ໂດຍຜ່ານກົນໄກທີ່ອາຊຽນນໍາພາ ທີ່ສອດຄ່ອງກັບຈຸດປະສົງ ແລະ ຫຼັກການທີ່ລະບຸໃນ AOIP, ໃນຂົງເຂດບູລິມະສິດ ຄື:ການຮ່ວມມືທາງທະເລການເຊື່ອມຈອດເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊດ້ານເສດຖະກິດ ແລະ ການຮ່ວມມືອື່ນໆທີ່ເປັນໄປໄດ້.