ໃນລະຫວ່າງວັນທີ 4-5 ກຸມພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ຕວັກກີ ຢ່າງເປັນທາງການ, ຕາມການເຊື້ອເຊີນ ຂອງ ທ່ານ ຮາກັນ ຟີດັນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວັກກີ.
ໃນໄລຍະການເຄື່ອນໄຫວ ຢູ່ ສາທາລະນະລັດ ຕວັກກີ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຄະນະ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ, ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ຕວັກກີ ເຊຶ່ງສອງຝ່າຍ ໄດ້ປຶກສາຫາລືວຽກງານການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ພ້ອມທັງ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະ ສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ. ການພົບປະເຮັດວຽກ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ລະຫວ່າງ ສາທາລະນາະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວັກກີ ຕະຫຼອດໄລຍະ 60 ກວ່າປີ ຜ່ານມາ, ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ; ການພົວພັນຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນການພົວພັນດ້ານການເມືອງ ກໍ່ຄືດ້ານເສດຖະກິດ ແລະ ອື່ນໆ ໂດຍສະເພາະ ມີການແລກປ່ຽນການຢ້ຽມຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດ ແລະ ຮ່ວມມືໃນວຽກງານຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ, ຕ້ານແລະ ຄຸ້ມຄອງໄພພິບັດ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ອື່ນໆ. ໃນຕໍ່ໜ້າ, ສອງຝ່າຍ ເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ໃຫ້ຫຼາຍຂຶ້ນຕື່ມ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງ ເຊີນຊວນຊາວຕວັກກີ ໄປທ່ອງທ່ຽວປີທ່ອງທ່ຽວລາວ 2024. ພາຍຫຼັງສຳເລັດການພົບປະ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄູ່ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ຍັງໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ສ.ຕວັກກີ ໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂໍານັບ ທ່ານ ເຊັບເດັດ ຢີລມາ (Cevdet Yilmaz), ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ, ເຊິ່ງ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມທາງການຢູ່ ສ. ຕວັກກີ ໃນຄັ້ງນີ້, ພ້ອມນີ້ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງການພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຝ່າຍ ສ. ຕວັກກີ, ເຊິ່ງສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນໃນຕໍ່ຫນ້າ.
ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາ ແລະ ວິວັດທະນາການ ຂອງຂະແໜງການພະລັງງານຕວັກກີ, ໄດ້ໄປຢ້ຽມຢາມ ຫ້ອງການຂອງກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ.ຕວັກກີ; ແລະ ຢ້ຽມຢາມຫໍພິພິທະພັນບູຮານອັນເກົ່າແກ່ ແລະ ຫໍສະໝຸດແຫ່ງຊາດ ຂອງ ທີ່ ນະຄອນຫຼວງ ອັງກາຣາ, ຕວັກກີ.