ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່ ຫຼວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ.
ໃນວັນທີ 28 ມັງກອນ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ອາຊຽນ ຈໍານວນໜຶ່ງ ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ສປປ ລາວ ເປັນເຈົ້າພາບ, ຊຶ່ງຈັດຂຶ້ນ ທີ່ ນະຄອນຫຼວງພະບາງ.