ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ - ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

 

LaoRussia2024 1LaoRussia2024 3

LaoRussia2024 4

 

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ທ່ານ ອັນເດຣ ຣູເດັນໂກ (Andrey Rudenko), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ, ໃນວັນທີ 18-19 ກຸມພາ 2024, ທີ່ ນະຄອນຫຼວງວຽງຈັນ.

 

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອັນເດຣ ຣູເດັນໂກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ, ເຊິ່ງການມາຢ້ຽມຢາມຄັ້ງນີ້ ກໍ່ເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງການນຳຂັ້ນສູງສອງປະເທດ ລາວ-ຣັດເຊຍ ທີ່ໄດ້ຕົກລົງເຫັນດີນຳກັນ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍ ລາວ-ຣັດເຊຍ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ, ເຊິ່ງເປັນຂົງເຂດການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ. ໃນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ທັງການຮ່ວມມືໃນຂອບສອງຝ່າຍ, ຫຼາຍຝາຍ, ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຄະນະຜູ້ແທນຣັດເຊຍ ຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຜູ້ຕາງຫນ້າພິເສດຂອງປະທານອາຊຽນ ກ່ຽວກັບ ມຽນມາ ຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ພົບປະກັບ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

 

LaoRussia2024 2

 

ພາຍຫລັງສຳເລັດການເຂົ້າຢ້ຽມຂ່ຳນັບ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍຢ່າງເປັນທາງການ ກັບ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຖານະຄູ່ຮ່ວມຕຳແໜ່ງ, ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລືວຽກງານການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ຫນ້າ, ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ການພົບປະເຮັດວຽກຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນເປັນມູນເຊື້ອຍາວນານ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ອາຊີຟິກ, ສະແດງອອກໃນການພົບປະແລກປ່ຽນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ລວມເຖິງການໄປມາຫາສູ່ກັນຂອງປະຊາຊົນດ້ວຍກັນ ຢ່າງເປັນປົກກະຕິ, ເຊິ່ງການພົວພັນສອງປະເທດ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ-ບໍ່ແຮ່, ການເງິນ-ການທະນາຄານ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານມະນຸດສະທຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ, ການສະຫນັບສະຫນູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

 

ໃນຕໍ່ໜ້າ, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການພົບປະຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງສອງປະເທດ ເພື່ອຂະຫຍາຍການຮ່ວມມືໃນຕໍ່ຫນ້າ, ເຫັນດີສືບຕໍ່ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ. ພ້ອມນີ້, ສອງຝ່າຍ ເຫັນວ່າຈະໄດ້ເພີ່ມທະວີຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ ເນື່ອງຈາກໄລຍະຜ່ານມາ ມູນຄ່າການຄ້າ ແລະ ການລົງທຶນສອງຝ່າຍ ແມ່ນຍັງບໍ່ສູງຫຼາຍເທົ່າທີ່ຄວນ, ເພີ່ມທະວີການຮ່ວມມືດ້ານການເງິນ-ການທະນາຄານ, ທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການຮ່ວມມືໃນຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານສາກົນ ລວມທັງ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ.

 

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ; ພ້ອມນີ້ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ; ໃນປີ 2024 ນີ້, ສປປ ລາວ ກໍ່ໄດ້ເປີດປີທ່ອງທ່ຽວລາວ ພ້ອມທັງ ຂໍເຊີນຊວນປະຊາຊົນ ຣັດເຊຍ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

 

ກອງປະຊຸມພົບປະສອງຝ່າຍ ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບອັນສະໜິດສະໜົມ ແລະ ເຮັດວຽກຮ່ວມກັນດ້ວຍບັນຍາກາດສ້າງສັນ ແລະ ໄດ້ຮັບຫມາກຜົນຢ່າງຫນ້າເພິ່ງພໍໃຈ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.

LaoRussia2024 5

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486310
ມື້ນີ້6
ມື້ວານ220
ອາທິດນີ້1346
ເດືອນນີ້5615