ໃນວັນທີ 27 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.
ໃນຕອນບ່າຍ ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.
ວັນທີ 19 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955-20 ກໍລະກົດ 2022) ແລະ ສະຫຼຸບປະຈໍາປີ 2021 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ.