ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ; ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ; ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫຼຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ, ດັ່ງນີ້:
ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນ ຂຶ້ນກ່າວຂອບໃຈ, ໂດຍໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນເຕັມໄປດ້ວຍຄວາມໝາຍອັນສູງສົ່ງ, ພິເສດ ແມ່ນການປະດັບຫຼຽນໄຊສູງສຸດຂອງ ສສ ຫວຽດນາມ ມອບໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.
ການທີ່ ພັກ-ລັດ ສສ ຫວຽດນາມ ໄດ້ຕົກລົງປະດັບຫຼຽນໄຊ ໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນຂອງຂວັນອັນລ້ຳຄ່າ, ເປັນລາງວັນລະດັບສູງສຸດຂອງ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ມອບໃຫ້ ການນໍາພັກ-ລັດ ສປປ ລາວ, ບໍ່ສະເພາະແຕ່ສ່ວນຕົວຂອງບັນດາສະຫາຍທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນ, ແຕ່ຍັງສະແດງເຖິງການຮັບຮູ້ອັນເລິກເຊິ່ງ ແລະ ຖືເປັນກຽດອັນສູງສົ່ງ ທີ່ມີຕໍ່ ພັກ-ລັດ ແຫ່ງ ສປປ ລາວ ອີກດ້ວຍ. ການໄດ້ຮັບການປະດັບຫຼຽນໄຊສູງສຸດ, ເຊິ່ງເປັນຂອງຂວັນອັນລ້ຳຄ່າຂອງ ສະຫາຍ ຫວຽດນາມ ມອບໃຫ້ໃນຄັ້ງນີ້, ນອກຈາກເປັນກຽດສັກສີແລ້ວ ຍັງເປັນກຳລັງໃຈອັນໃຫຍ່ຫຼວງ, ທັງຖືເປັນພັນທະຂອງຕົນ ຕໍ່ການສືບຕໍ່ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ຈະເລີນງອກງາມຕະຫຼອດໄປ. ປະຈຸບັນ, ໃນຍຸກແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ມິດຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນກົດເກນພາວະວິໄສ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ໂດຍປະລິຍາຍໄປແລ້ວ, ພວກເຮົາມີແຕ່ຈະພ້ອມກັນຖະນຸຖະໜອມ, ບໍ່ໃຫ້ຈືດຈາງລົງຕາມການເວລາ, ແຕ່ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກ້ວາງ ແລະ ລວງເລິກ ໄວ້ໃຫ້ເຊັ່ນລູກ, ຫຼານ, ເຫຼັນ, ຫຼ້ອນ ຂອງພວກເຮົາ ໄດ້ສືບຕໍ່ປົກປັກຮັກສາໄປຈົນເທົ້າກາລະນານ ແລະ ຈະບໍ່ໃຫ້ສັດຕູໂຕໃດມາມ້າງເພທໍາລາຍໄດ້.
ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວ ຕະຫຼອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງ, ໄດ້ອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ. ພ້ອມນີ້, ກໍ່ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະນົງແກ່ນຕະຫຼອດກາລະນານ.
ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນທ່າມກາງບັນຍາກາດ ທີ່ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍາລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.