ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍນາຍົກລັດຖະມົນຕີ ຕ້ອນຮັບການພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

 

PMrecievedVN

 

ໃນວັນທີ 17 ກໍລະກົດ 2022, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງປິສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ ນະຄອນຫຼວງວຽງຈັນ.

 

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດຕ້ອນຮັບ ຄະນະຜູ້ແທນຂັ້ນສູງທີ່ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື 2 ວັນປະຫວັດສາດທີ່ມີຄວາມໝາຍສຳຄັນ: ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ທັງເປັນການນຳເອົາໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດຖະບານ ຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດຖະບານລາວ. ໃນໂອກາດດຽວກັນນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ຍາດມາໄດ້ ພາຍໃຕ້ການຊີ້ນຳ-ນໍາພາອັນປີຊາສາມາດ, ສະຫຼາດສ່ອງໄສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄື ພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາ ປະເທດຊາດ ໃນປະຈຸບັນ. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ບໍ່ວ່າຈະໃນຍຸກສະໄຫມໃດ ກໍ່ແມ່ນຍັງຄົງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກ ຕະຫຼອດມາ, ເຊິ່ງສະແດງອອກໃຫ້ເຫັນຄື ບັນດາການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ ເຮັດໃຫ້ມີຄວາມໃກ້ຊິດ ສະໜິດສະໜົມ ແໜ້ນແຟ້ນກັນຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ທີ່ໄດ້ຈັດຂຶ້ນທຸກໆ 5 ປີ ເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ທີ່ເປັນກິດຈະກໍາພິເສດທີ່ສຸດ ທີ່ມີແຕ່ສອງປະເທດ ລາວ-ຫຽດນາມ ມອບໃຫ້ແກ່ກັນ ແລະ ບໍ່ມີປະເພນີແບບນີ້ຢູ່ແຫ່ງໃດໃນໂລກ, ເຊິ່ງນີ້ແມ່ນການສະແດງໃຫ້ສາກົນໄດ້ຮັບຮູ້ເຖິງຄວາມພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ກໍ່ໄດ້ຕີລາຄາສູງຕໍ່ ສອງສະຫາຍນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດ ດ້ວຍຄວາມຕັດສິນໃຈສູງທີ່ຈະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ສູງເດັ່ນຂຶ້ນ ສົມຄູ່ກັບການຮ່ວມມືດ້ານການເມືອງ ທີ່ດີເລີດໃນປະຈຸບັນ, ເອົາໃຈໃສ່ຊີ້ນຳບັນດາຂະແຫນງການຢ່າງໃກ້ຊິດ ເພື່ອໃຫ້ຫຼາຍໂຄງການສາມາດຈັດຕັ້ງປະຕິບັດໃຫ້ສຳເລັດໄດ້ໃນປີ 2022 ເພື່ອເປັນຂອງຂວັນໃຫ້ແກ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການໂຮງຫມໍມິດຕະພາບ ແລະ ບັນດາໂຄງການອື່ນໆ.

 

ໃນຕອນທ້າຍ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫຼອດມາໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487072
ມື້ນີ້98
ມື້ວານ210
ອາທິດນີ້734
ເດືອນນີ້465