ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ສສ ຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

 

 1872022 1

1872022 1

1872022 2

 

ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ; ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ; ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫຼຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ, ດັ່ງນີ້:

  • ຫຼຽນໄຊດາວຄໍາ ມີ 02 ສະຫາຍ ຄື: ສະຫາຍ ພັນຄໍາ ວິພາວັນ ແລະ ສະຫາຍ ໄຊສົມພອນ ພົມວິຫານ.
  • ຫຼຽນໄຊໂຮ່ຈິມິນ ມີ 04 ສະຫາຍ ຄື: ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫຼ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ.
  • ຫຼຽນໄຊເອກະລາດ ຊັ້ນ I ມີ 05 ສະຫາຍ ຄື: ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

 

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນ ຂຶ້ນກ່າວຂອບໃຈ, ໂດຍໄດ້ສະແດງຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ ແລະ ຖື​ເປັນ​ກຽດ​ຢ່າງ​ສູງ ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ອັນ​ສູງ​ສົ່ງ​, ພິເສດ ແມ່ນການ​​ປະ​ດັບຫຼຽນ​ໄຊ​​ສູງ​ສຸດ​ຂອງ ສສ ຫວຽດ​ນາ​ມ ມອບໃຫ້​ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.

 

ການ​ທີ່ ​ພັກ-ລັດ ສສ ​ຫວຽດ​ນາມ ໄດ້​ຕົກ​ລົງ​ປະດັບຫຼຽນ​ໄຊ​ ໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ, ​ເປັນ​ລາງວັນ​ລະ​ດັບ​ສູງ​ສຸດ​ຂອງ ພັກ ແລະ ລັດຖະບານ ແຫ່ງ ສ​ສ ຫວຽດ​ນ​າມ ມອບໃຫ້​ ການນໍາພັກ-ລັດ ສປປ ລາວ, ບໍ່​ສະ​ເພາະ​ແຕ່​ສ່ວນ​ຕົວ​ຂອງບັນດາສະຫາຍທີ່ໄດ້ຮັບການຍ້ອງຍໍ​ເທົ່າ​ນັ້ນ, ແຕ່​ຍັງ​ສະ​ແດງ​ເຖິງ​ການ​ຮັບ​ຮູ້​ອັນ​ເລິກ​ເຊິ່ງ ແລະ ຖື​ເປັນ​ກຽດ​ອັນ​ສູງ​ສົ່ງ ທີ່​ມີ​ຕໍ່ ພັກ-ລັດ ແຫ່ງ ສປປ ​ລາວ ອີກ​ດ້ວຍ. ການໄດ້​ຮັບການປະດັບຫຼຽນ​ໄຊ​ສູງ​ສຸດ, ເຊິ່ງ​ເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ຂອງ​ ສະ​ຫາຍ ​ຫວຽດ​ນາມ ມອບໃຫ້ໃນຄັ້ງນີ້, ນອກ​ຈາກ​ເປັນ​ກຽດ​ສັກ​ສີ​ແລ້ວ ຍັງ​ເປັນ​ກຳ​ລັງ​ໃຈອັນ​ໃຫຍ່ຫຼວງ, ທັງ​ຖື​ເປັນ​ພັນ​ທະ​ຂອງ​ຕົນ ຕໍ່​ການ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ ພາ​ລະ​ກິດປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ ສອງ​ຊາດ ລາວ-ຫວຽດ​ນາ​ມ, ຫວຽດ​ນາມ-ລາວ ໃຫ້ໄດ້​ຮັບ​ການ​ຖະ​ນຸ​ຖະ​ໜອມ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ​ຈະ​ເລີນງອກ​ງາມ​ຕະຫຼອດ​ໄປ. ປະ​ຈຸ​ບັ​ນ, ໃນ​ຍຸກ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງສາພັດ​ທະ​ນາ​ປະ​ເທດ​, ມິດ​ຕະ​ພາບທີ່​ມີ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ຂອງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດນາມ​ ​ໄດ້​ກາຍ​ເປັນ​ກົດ​ເກນພາ​ວະ​ວິໄສ​ ແຫ່ງ​ການ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ​ຂອງ​ສອງ​ຊາດ ໂດຍ​ປະ​ລິຍາຍ​ໄປ​ແລ້ວ, ພວກ​ເຮົາ​ມີ​ແຕ່​ຈະ​ພ້ອມ​ກັນ​ຖະ​ນຸ​ຖະ​ໜອມ, ​ບໍ່ໃຫ້ຈືດຈາງລົງຕາມການເວລາ, ແຕ່ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກ້ວາງ ແລະ ລວງເລິກ ໄວ້​ໃຫ້​ເຊັ່ນ​ລູກ, ຫຼານ, ເຫຼັນ, ຫຼ້ອນ ຂອງ​ພວກ​ເຮົາ ​ໄດ້​ສືບ​ຕໍ່​ປົກ​ປັກ​ຮັກ​ສາໄປ​ຈົນ​ເທົ້າ​ກາ​ລະ​ນານ ແລະ ຈະ​ບໍ່​ໃຫ້​ສັດ​ຕູ​ໂຕ​ໃດ​ມາ​ມ້າງ​ເພທໍາລາຍ​ໄດ້.

 

ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວ ຕະຫຼອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງ, ໄດ້ອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ. ພ້ອມນີ້, ກໍ່ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະ​ນົງ​ແກ່ນຕະຫຼອດກາລະນານ.

 

ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນ​ທ່າມ​ກາງ​ບັນ​ຍາ​ກາດ ​ທີ່​ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ກໍາລັງ​ສະ​ເຫຼີມ​ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ຄົບ​ຮອບ 60 ປີ ແລະ ວັນເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດ​ນາມ ຄົບ​ຮອບ 45 ປີ.

ພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022

 

2022 7 18 VN Rally 1

2022 7 18 VN Rally 2

2022 7 18 VN Rally 102022 7 18 VN Rally 8

2022 7 18 VN Rally 11

 

ພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ນ້ອງນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ, ຫຼາຍກວ່າ 1.000 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ສະຫາຍປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

 

PNAreceivedVN

 

ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2022, ທີ່ ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ ນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484541
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847