ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

 

PNAreceivedVN

 

ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2022, ທີ່ ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ ນະຄອນຫຼວງວຽງຈັນ.

 

ໃນການພົບປະຄັ້ງນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ, ພິເສດ ການມາຢ້ຽມຢາມຄັ້ງນີ້ ເປັນການນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກເເພງອັນສະຫນິດສະຫນົມຂອງ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດ, ສະພາແຫ່ງຊາດລາວ ແລະ ກໍ່ໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດຫວຽດນາມ. ໃນໂອກາດນີ້, ສະຫາຍປະທານສະພາແຫ່ງຊາດລາວ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄື ພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປະຈຸບັນ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ບໍ່ວ່າຍຸກສະໄໝໃດ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ກໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ເຂົ້້າສູ່ລວງເລິກ, ເຊິ່ງໄດ້ສະແດງອອກໃຫ້ເຫັນຄື ການໄປມາຫາສູ່ກັນ ບໍ່ວ່າຈະເປັນການນຳຂັ້ນສູງ, ຈົນຮອດບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ແລກປ່ຽນພົບປະການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນພິເສດ ແລະ ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍຕົວ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ມີຄວາມໃກ້ຊິດຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເຮັດໃຫ້ການພົວພັນຮ່ວມມືໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ສະເພາະໃນຂອບການຮ່ວມມືຂອງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຫັນວ່າ ສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ໄດ້ມີການເສີມຂະຫຍາຍການພົວພັນຮ່ວມມື ແລະ ສາມາດນໍາປະໂຫຍດຕົວຈິງ ມາສູ່ສອງອົງການນິຕິບັນຍັດ, ສະແດງອອກໃນການແລກປ່ຽນຢ້ຽມຢາມຜູ້ແທນຂັ້ນຕ່າງໆ, ຈັດສຳມະນາໃນຫົວຂໍ້ທີ່ຈຳເປັນສຳລັບອົງການນິຕິບັນຍັດ, ມີການສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆຂອງຊາດ, ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມມືກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

 

ໃນໂອກາດນີ້, ສະຫາຍປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອັນລ້ຳຄ່າ ແລະ ທັນການຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພິເສດ ແມ່ນການຊ່ວຍເຫຼືອອັນລໍ້າຄ່າ ເປັນຕົ້ນແມ່ນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ທີ່ມີຄວາມທັນສະໄໜທີ່ສຸດ, ສວຍງາມ ມີເອກະລັກຂອງວັດທະນະທໍາ ສະຖາປັດຕະຍະກໍາຂອງລາວທີ່ດີທີ່ສຸດ, ເປັນອາຄານທີ່ແໜ້ນໜາແຂງແຮງ ຈະໃຊ້ງານໄດ້ຍາວນານທີ່ສຸດ ແລະ ມີມູນຄ່າສູງທີ່ສຸດ ສໍາຫຼັບຕຶກຫຼັງໜຶ່ງເທົ່າທີ່ເຄີຍມີມາ ຢູ່ປະເທດລາວ ເຖິງປັດຈຸບັນນີ້ ແລະ ຂໍຖືໂອກາດນີ້ ອວຍພອນ ໃຫ້ ສະຫາຍ ຫວໍ ວັນ ເຖື້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

 

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດໃນສະໄຫມສົງຄາມ; ພ້ອມນີ້, ກໍ່ໄດ້ເດີນທາງໄປ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເພື່ອສະແດງເຖິງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ຈົດຈຳລຳລຶກເຖິງຄຸນງາມຄວາມດີທີ່ຫາອັນປຽບບໍ່ໄດ້, ຜູ້ເຊິ່ງກຳຄັນທຸງໜ້າຂອງຂະບວນການຮັກຊາດ ແລະ ປະຕິວັດ, ນັກປະຕິວັດຮຸ່ນໜຸ່ມຂອງພັກ ທີ່ຍອມເສຍສະຫຼະເລືອດເນື້ອຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດ ຈົນມາເຖິງປະຈຸບັນ. ຫຼັງຈາກນັ້ນ, ກໍ່ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບການພົວພັນຮ່ວມມືສອງຊາດ ລາວ-ຫວຽດນາມ ແຕ່ອະດີດຈົນເຖິງປະຈຸບັນ.

 

ໃນວັນດຽວກັນນີ້, ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ສະຫາຍ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສືບຕໍ່ເຂົ້າຮ່ວມງານລ້ຽງຕ້ອນຮັບ, ເຊິ່ງຈັດໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487126
ມື້ນີ້152
ມື້ວານ210
ອາທິດນີ້788
ເດືອນນີ້519