ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 14

           

       

20220707 14th LCJC 1

                 

ໃນລະຫວ່າງວັນທີ 06-08 ກໍລະກົດ 2022, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງ ຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮວມຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງສອງຊາດ ລາວ-ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.  

             

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14,  ໂດຍການເປັນ ປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ທ່ານ ນ. ເຊືອງ ຣັດຊະວີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ ແລະ ມີການເຂົ້າຮ່ວມຂອງ ຄະນະຜູ້ແທນສອງຝ່າຍ ແລະ ວິຊາການກ່ຽວຂ້ອງ.

                

               

20220707 14th LCJC 320220707 14th LCJC 4

20220707 14th LCJC 2

20220707 14th LCJC 5

                 

ໃນຕອນບ່າຍວັນດຽວກັນ, ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ໄດ້ຖືກຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະ ກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ.

              

ກອງປະຊຸມໄດ້ດໍາເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຊຶ່ງສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາ ກ່ຽວກັບ ໝາກຜົນຂອງການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ໃນເດືອນກຸມພາ 2019 ຜ່ານມາ, ກໍ່ຄືຮ່ວມກັນທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາຢ່າງກົງໄປກົງມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຮ່ວມມືດ້ານ ວັດທະນາທໍາ-ສັງຄົມ, ການຮ່ວມມືພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍອກໍໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

                

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ້ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະ ພາຍຫຼັງທີ່ສອງຝ່າຍໄດ້ຍົກລະດັບການພົວ ພັນຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019, ການພົວພັນຮ່ວມມື ສອງຝ່າຍ ແມ່ນມີບາດກ້າວ ຂະຫຍາຍຕົວ ຢ່າງເປັນຮູບປະທໍາຫຼາຍຂຶ້ນ.

              

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການຮ່ວມມືດ້ານການເມືອງ, ການຕ່າງປະເທດ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າການຮ່າງແຜນປະຕິບັດງານ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ສອງຝ່າຍ ໄລຍະປີ 2023-2027, ຊຶ່ງສອງຝ່າຍມີແຜນທີ່ຈະລົງນາມຮ່ວມກັນໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນປີ 2023, ພ້ອມທັງສືບຕໍ່ແລກປ່ຽນ ການຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນທຸກລະດັບ ນັບແຕ່ການນໍາຂັ້ນສູງສອງປະເທດ, ບັນດາກະຊວງຂະແໜງການ, ບັນດາແຂວງກໍ່ຄື ລະຫວ່າງປະຊາຊົນກັບປະຊາຊົນ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,​ ສອງຝ່າຍ ເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໃນການຮ່ວມມືດ້ານຊາຍແດນ, ເປັນຕົ້ນການຄວບຄຸມປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນສອງປະເທດ, ການລັກລອບຕັດໄມ້ ແລະ ການຂຸດຄົ້ນຊັບພະຍາກອນແບບຜິດກົດໝາຍ. ພ້ອມນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປຶກສາຫາລືໃຫ້ສໍາເລັດຮ່າງສົນທິສັນຍາ ວ່າດ້ວຍການກໍານົດເສັ້ນຊາຍແດນ ທີ່ໄດ້ສໍາເລັດການສໍາຫຼວດຮ່ວມກັນແລ້ວ 86% ແລະ ສືບຕໍ່ປຶກສາຫາລືການແກ້ໄຂບໍລິເວນຊາຍແດນທີ່ຍັງຄົງຄ້າງ ເພື່ອໃຫ້ສໍາເລັດການກໍານົດເສັ້ນຊາຍແດນສອງປະເທດຢ່າງສົມບູນ ແລະ ຮ່ວມກັນ ເຮັດໃຫ້ຊາຍແດນ ລາວ-ກໍາປູເຈຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ໄດ້ຮັບການພັດທະນາ.

                 

ສອງຝ່າຍ ໄດ້ສະແດງຄວາມດີໃຈ ທີ່ເຫັນວ່າ ມູນຄ່າການຄ້າສອງຝ່າຍໄດ້ມີການເພີ່ມຂຶ້ນ, ພິເສດແມ່ນການຊື້ ຂາຍໄຟຟ້າລະຫວ່າງສອງປະເທດແມ່ນນັບມື້ນັບເພີ່ມຂຶ້ນ ເຖິງວ່າໃນສອງປີຜ່ານມາສອງປະເທດຈະຍັງສືບຕໍ່ ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ພ້ອມທັງໄດ້ເອກະພາບກັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍຜ່ານກິດຈະກໍາສົ່ງເສີມການຄ້າ ແລະ ການລົງ ທຶນອື່ນໆ.  ພ້ອມທັງ ຈັດຕັ້ງປະຕິບັດບັນດາເອກະສານຮ່ວມມື ທັງລະຫວ່າງ ພາກລັດ ແລະ ເອກະຊົນ ທີ່ສອງຝ່າຍ ໄດ້ມີຮ່ວມກັນ ໃຫ້ປະກົດຜົນເປັນຈິງ.

                   

ສອງຝ່າຍ ເຫັນວ່າ ການເຊື່ອມໂຍງ ລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນ ບໍ່ວ່າທາງດ້ານພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ກໍ່ຄືການບໍລິການຕ່າງໆ, ເປັນຕົ້ນແມ່ນການເປີດຖ້ຽວບິນໂດຍກົງ ລະຫວ່າງສອງປະເທດ ເພື່ອຊຸກຍູ້ໃຫ້ແກ່ການໄປມາຫາສູ່ ຊຶ່ງ​ກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ຊຸກຍູ້ການທ່ອງທ່ຽວຮ່ວມກັນ ເພື່ອປະກອບສ່ວນພື້ນຟູເສດຖະກິດພາຍໃນຂອງສອງປະເທດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ນອກນີ້, ສອງຝ່າຍ ຍັງເຫັນດີສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນໃນການຊຸກຍູ້ການຮ່ວມມື ດ້ານການເງິນ, ຖະແຫຼງຂ່າວ, ວັດທະນະທໍາ, ແຮງງານ, ສາທາລະນະສຸກ, ອຸດສາຫະກໍາ, ພະລັງງານ, ກະສິກໍາ, ສິ່ງແວດລ້ອມ, ການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ວິທະຍາສາດ, ເຕັກໂນໂລຊີ ກໍ່ຄືການພົວພັນລະຫວ່າງປະຊາຊົນຂອງ​ສອງ​ປະ​ເທດ.

             

ສອງຝ່າຍ ເຫັນດີເປັນເອກະພາບກັນ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນຕ່າງໆ. ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ການຮັບໜ້າທີ່ເປັນປະທານອາຊຽນ 2022 ຂອງກໍາປູເຈຍ, ກໍາປູເຈຍ ເອງ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປປ ລາວ ທີ່ຈະເປັນເຈົ້າພາບຈັດ ກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV-DTA JCC) ຄັ້ງທີ 13 ໃນທ້າຍປີ 2022 ນີ້.

                 

               

20220707 14th LCJC 7

20220707 14th LCJC 8

               

ພາຍຫຼັງສໍາເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ດ້ວຍຜົນສໍາເລັດອັນຈົບງາມ. ສໍາລັບກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

                   

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487097
ມື້ນີ້123
ມື້ວານ210
ອາທິດນີ້759
ເດືອນນີ້490