ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ

 

 

ABE12722 1

     ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລຳດັບ, ເຊິ່ງເນື້ອໃນການເຊັນປຶ້ມໄຫວ້ອາໄລ ມີຄືດັ່ງນີ້:

   

      1. ຄະນະນໍາໂດຍ ພະນະທ່ານ ນ. ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ມີຄື:

ຕາງໜ້າປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນຂອງ ພະນະທ່ານ ອາເບະ   ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.

 

    ພະນະທ່ານ ອາເບະ ຊິນໂຊ ເປັນນັກການເມືອງທີ່ເຕັມໄປດ້ວຍປະສົບການການເຄື່ອນໄຫວວຽກງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນອະດີດການນໍາທີ່ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງ ແລະ ຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ລວມທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ.

 

    ການສູນເສຍອະດີດການນໍາທີ່ສໍາຄັນຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ຖືເປັນການສູນເສຍບຸກຄະລາກອນ ແລະ ການນໍາທີ່ສໍາຄັນຂອງຍີ່ປຸ່ນ ແລະ ທັງເປັນການສູນເສຍເພື່ອນມິດທີ່ສໍາຄັນ ຂອງ ສປປ ລາວ. ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ຕາງໜ້າປະຊາຊົນລາວທຸກຖ້ວນໜ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

 

      ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.

ນະຄອນຫຼວງວຽງຈັນ, ວັນທີ 12 ກໍລະກົດ 2022

ປານີ ຢາທໍ່ຕູ້

ຮອງປະທານປະເທດ ແຫ່ງ ສປປ ລາວ

--------------------------------------------

ABE12722 2

    2.  ຄະນະນໍາໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄື:

 

      ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ  ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ການຈາກໄປຂອງ ພະນະທ່ານ ອາເບະ ຊິນໂຊ ບໍ່ພຽງແຕ່ເປັນການສູນເສຍອະດີດການນຳທີ່ເຄົາລົບຮັກຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດ ແລະ ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

 

      ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ພະນະທ່ານ ອາເບະ ຊິນໂຊ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດຮັບໃຊ້ຊາດ ກໍຄືການຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ລວມທັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ. 

 

     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

 

     ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານ ຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.

ນະຄອນຫຼວງວຽງຈັນ, ວັນທີ 12 ກໍລະກົດ 2022

ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

--------------------------------------------

ABE12722 3

     3.  ຄະນະນໍາໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມີຄື:

 

       ຕາງໜ້າຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.

 

      ພະນະທ່ານ ອາເບະ ຊິນໂຊ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຍົກບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ ພາຍໃຕ້ການຊີ້ນໍາຂອງ ພະນະທ່ານ ອາເບະ ຊິນໂຊ, ການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ - ຍີ່ປຸ່ນ ໄດ້ຮັບການຮັດແໜ້ນ ແລະ ຍົກລະດັບຂຶ້ນໃຫ້ເປັນ ຄູ່ຮ່ວມຍຸດທະສາດ ທີ່ນໍາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ - ຍີ່ປຸ່ນ.

 

       ໃນບັນຍາກາດອັນໂສກເສົ້າສະຫຼົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານຍີ່ປຸ່ນ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

 

     ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານ ຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.

ນະຄອນຫຼວງວຽງຈັນ, ວັນທີ 12 ກໍລະກົດ 2022

ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

--------------------------------------------

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487074
ມື້ນີ້100
ມື້ວານ210
ອາທິດນີ້736
ເດືອນນີ້467