ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ທີ່ ນະຄອນໜານໜິງ, ສປ ຈີນ

2018091215HEsomdyNanninChina11

2018091215HEsomdyNanninChina2

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໃນວັນທີ 11 ກັນຍາ 2018, ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ຊື່ງມີກຳນົດຈັດຂື້ນແຕ່ວັນທີ 12-15 ກັນຍາ 2018 ທີ່ ນະຄອນໜານໜິງ, ແຂວງກວາງຊີ, ຈີນ. ການເຂົ້າຮ່ວມງານວາງສະແດງຂອງ ພະນະທ່ານ ສົມດີ ດວງດີ ໃນຄັ້ງນີ້ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີ ລະຫວ່າງ ລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂື້ນ.

ອ່ານເພີ່ມເຕີມ... 

ກອງປະຊຸມເຈລະຈາຮ່ວມມື ເພື່ອການພັດທະນາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ. ເຢຍລະມັນ, ທີ່ ແບກແລງ, ປະເທດ ເຢຍລະມັນ

02018.9.5 JCLG

 

  ໃນລະຫວ່າງວັນທີ 3-5 ກັນຍາ 2018, ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍຄະນະຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກະຊວງໂຍທາທິການແລະຂົນສົ່ງ, ສະພາແຫ່ງຊາດລາວ, ທະນາຄານ ແຫ່ງ ສປປລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມເຈລະຈາຮ່ວມມືເພື່ອການພັດທະນາ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ລັດຖະບານ ແຫ່ງ . ເຢຍລະມັນທີ່ຈັດຂື້ນຢູ່ກະຊວງຮ່ວມມື, ເສດຖະກິດແລະການພັດທະນາBMZ, ນະຄອນຫຼວງແບກແລງ, ປະເທດເຢຍລະມັນ.

ອ່ານເພີ່ມເຕີມ... 

ພິທີມອບຮັບໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນ

mop hup khongarn

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2018, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມິພີທີມອບຮັບໂຄງການຂະຫຍາຍສະໜາມບິນສາກົນດັ່ງກ່າວ ລະຫວ່າງ ລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າມອບຮັບໂຄງການ ຕາງໜ້າຝ່າຍລາວ ມີ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ແລະ ຕາງໜ້າຝ່າຍຍີ່ປຸ່ນ ມີ ທ່ານ ຄາຊຶຢູກິ ນາກະເນະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ມີບັນດາພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ໂຄງການຂະຫຍາຍສະໜາມບິນສາກົນວຽງຈັນ ເປັນໂຄງການທີ່ນໍາໃຊ້ທຶນກູ້ຍຶມດອກເບ້ຍຕໍ່າ (ODA Loan) ຈາກລັດຖະບານຍີ່ປຸ່ນ, ໂດຍຜ່ານອົງການຮ່ວມມືສາກົນ ແຫ່ງ ຍີ່ປຸ່ນ (JICA), ໃນມູນຄ່າທັງໝົດ 9.017 ລ້ານເຢັນ. ໂຄງການນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ ວັນທີ 09 ທັນວາ 2015, ຊຶ່ງມາຮອດປະຈຸບັນ ໂຄງການດັ່ງກ່າວແມ່ນໄດ້ສໍາເລັດການກໍ່ສ້າງແລ້ວ 100 % ໂດຍໄດ້ໃຊ້ໄລຍະເວລາການກໍ່ສ້າງທັງໝົດ 32 ເດືອນ. ໂຄງການດັ່ງກ່າວ ເກີດຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການໃນການຊົມໃຊ້ການຂົນສົ່ງທາງອາກາດ, ຊຶ່ງສະ ໜາມບິນສາກົນວັດໄຕ ມີບົດບາດສໍາຄັນໃນການເປັນປະຕູເຂົ້າ ສປປ ລາວ ແລະ ອີງໃສ່ສະຖິຕິການຂະຫຍາຍຕົວຂອງການຂົນສົ່ງທາງອາກາດ ໃຫ້ຮູ້ວ່າ ຈໍານວນຜູ້ໂດຍສານທີ່ມາໃຊ້ບໍລິການສະໜາມບິນສາກົນວັດໄຕ ມີຈໍານວນເພີ່ມຂຶ້ນທຸກໆປີ. ໃນປີ 2017 ຜ່ານມາ, ສະໜາມບິນດັ່ງກ່າວສາມາດໃຫ້ການບໍລິການແກ່ ຜູ້ໂດຍສານທັງໝົດ ຈໍານວນ 2.144.500 ຄົນ, ໃນນັ້ນຜູ້ໂດຍສານສາຍຕ່າງປະເທດ 1.382.900 ຄົນ ແລະ ຜູ້ໂດຍສານສາຍພາຍໃນ 761.600 ຄົນ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508935
ມື້ນີ້67
ມື້ວານ263
ອາທິດນີ້1588
ເດືອນນີ້7325