ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ສ. ເຢຍລະມັນ

ສປປ ລາວ ແລະ ສສເ ຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນ​ທີ 31 ມັງ​ກອນ 1958 ຊຶ່ງ​ໄດ້​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ 60 ປີ ພໍ​ດີ ໃນ​ປີນີ້. ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາ ທັງສອງປະເທດໄດ້ດຳເນີນການພົວພັນຮ່ວມມືຢ່າງຕັ້ງໜ້າ ແລະ ເພີ້ມທະວີຂຶ້ນຢ່າງ​ໜັກແໜ້ນດ້ວຍການໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນທັງໃນຂອບການຮ່ວມມືສອງຝ່າຍ ແລະ ຂອບຫຼາຍຝ່າຍໃນເວທີສາກົນ​. ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຢູ່ໃນສອງຂະແໜງການບຸລິມະສິດ ຄື: ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ (KfW)ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດ ,ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງໂຄງ​ລ່າງ​ພື້ນ​ຖານ ແລະການສົ່ງເສີມ​ພາກທຸລະກິດ-ເອກະຊົນ. ນອກຈາກນີ້, ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວ ໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບ ແລະ ອົງການແມ່ນ້ຳຂອງ. ມາເຖິງປັດຈຸບັນເຢຍລະມັນໄດ້ໃຫ້ການຊ່ວຍເຫຼືອລາວມີມູນຄ່າປະມານ 380 ລ້ານເອີໂຣ.

ໂດຍລວມແລ້ວ, ການຮ່ວມມືສອງຝ່າຍ ລາວ-ເຢຍລະມັນ ແມ່ນຢູ່ໃນລະດັບດີພໍສົມຄວນ, ສະເໜີຕົ້ນສະເໝີປາຍ ແລະ ມີການປຶກສາຫາລືກັນຢ່າງເປັນປະຈຳ ໂດຍຕ່າງຝ່າຍຕ່າງເຂົ້າໃຈເຊິ່ງກັນ ແລະ ກັນໃນຖານະຄູ່ຮ່ວມມືເພືຶ່ອການພັດທະນາ. ພ້ອມກັນນີ້, ການຊ່ວຍເຫຼືອກໍ່ມີລັກສະນະເພີ້ມຂຶ້ນ ໂດຍທີ່ທັງສອງຝ່າຍໄດ້ຕີລາຄາສູງ ແລະ ເພິງພໍໃຈຕໍ່ຜົນສໍາເລັດຂອງການຮ່ວມມືໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນໂດຍກົງເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານແຫ່ງລາວ ໂດຍສະເພາະແມ່ນໃນການ​​ລຶບລ້າງຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ກໍຄືໃນການນຳພາປະເທດ ລາວໃຫ້ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480226
ມື້ນີ້56
ມື້ວານ157
ອາທິດນີ້624
ເດືອນນີ້6457